ເປີດສະຫຼອງສູນຂ່າວສານ Festival Hue 2012
ນະຄອນ Hue
(ພາບ: baohay.net)
( vovworld ) – ວັນທີ 2/4,ສູນຂ່າວສານ Festival Hue 2012 ໄດ້ເປີດ ສະຫຼອງ ແລະ ນຳເຂົ້າເຄື່ອນໄຫວຢູ່ສຳນັກງານສະມາຄົມນັກຂ່າວແຂວງ Thua Thien Hue ເພື່ອແນໃສ່ຕອບສະຫນອງຄວາມຕ້ອງການປະຕິບັດວຽກງານຂອງຂັກຂ່າວພາຍໃນ ແລະ ຕ່າງປະເທດ. ສູນໄດ້ປະກອບລະບົບຄອມຟີວເຕີເຊື່ອມຕໍ່ເຄືອຍຂ່າຍ ADSL ດ້ວຍຄວາມໄວສູງ, ເຄື່ອງຈັກພິມ, ຈັກອັດເອກະສານ…ພ້ອມກັບບັນດາຊອບແວຈັດຮູບພາບ, ສຽງ, video… ເພື່ອຮັບໃຊ້ໃຫ້ແກ່ນັກຂ່າວ ໂດຍບໍ່ຕ້ອງເສຍເງິນ. ປະຈຸບັນ, ມີ 16 ອົງການຂ່າວສານ, ໜັງສືພິມໄດ້ຮັບຜິດຊອບໂຄສະນາໃຫ້ແກ່ງານບຸນ; ນັກຂ່າວກ່ວາ 500 ຄົນໄດ້ຈົດທະບຽນປະຕິບັດວຽກງານຢູ່ Festival Hue 2012. Festival Hue 2012 ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ- ຈຸດນັດພົບຂອງບັນດານະຄອນແຫ່ງປະຫວັດສາດ“ ຊື່ງຈະດຳເນີນແຕ່ວັນທີ 7-15/4/2012. ນີ້ແມ່ນຈຸດສຸມໃຫ້ແກ່ປີທ່ອງທ່ຽວແຫ່ງຊາດເຂດແຄມທະເລທາງທິດ ເໜືອຂອງພາກກາງ-Hue 2012 ໂດຍແຂວງ Thua Thien Hue ເປັນເຈົ້າພາບຈັດຕັ້ງ.