ເປີດສະຫຼອງສູນເຕັກໂນໂລຊີສຶກສາ

ເປີດສະຫຼອງສູນເຕັກໂນໂລຊີສຶກສາ - ảnh 1
ທ່ານ​ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ Pham Vu Luan
(ພາບ: nxbgd.vn)

(vovworld) -     ວັນ​ທີ 21/9, ຢູ່​ຮ່າ​ໂນ້ຍ, ​ໂຮ​ງພິມ​ຈຳໜ່າຍສຶກສາ​ຫວຽ​ດນາມ ​ໄດ້​ເປີດ​ສະຫຼອງສູນ​ເຕັກ​ໂນ​ໂລ​ຊີ​ສຶກສາ. ສູນ​ເຕັກ​ໂນ​ໂລ​ຊີ​ສຶກສາມີ​ໜ້າ​ທີ່​ຄົ້ນຄວ້າ, ອອກ​ແບບ​ຊຸດປື້ມ​ແບບຮຽນເຕັກ​ໂນ​ໂລ​ຊີ​ສຶກສາ, ປະຕິບັດ​ທົດ​ລອງ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ການ​ສຶກສາ, ຮັບ​ໃຊ້​ປ່ຽນ​ໃໝ່​ພື້ນຖານ ​ແລະ ສຳ​ລັດ​ການ​ສຶກສາ​ທົ່ວ​ໄປ ຕາມ​ການ​ພັດທະນາ​ຂອງ​ສັງຄົມ​ທັນ​ສະ​ໄໝ. ກ່າວ​ຄຳ​ເຫັນ​ທີ່​ພິທີ,  ທ່ານ​ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ Pham Vu Luan ກ່າວ​ວ່າ.

        “ຫວັງ​ວ່າສູນ​ເຕັກ​ໂນ​ໂລ​ຊີ​ສຶກສາ ຈະ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ແຫຼ່ງກຳລັງ​ພູມ​ປັນຍາ​ລວມຂອງ​ປະ​ເທດ​ຊາດ ​ໃນການປ່ຽນ​ໃໝ່ພື້ນຖານ​ການ​ສຶກສາ​ບຳລຸງ​ສ້າງ​ໃນ​ປະຈຸ​ບັນຢ່າງຮອບດ້ານ. ຂ້າພະ​ເຈົ້າ​ພາກ​ພູມ​ໃຈ​ເມື່ອ​ເຫັນ​ວ່າ  ດ້ວຍ​ລາຍການ​ພາສາ​ຫວຽດ, ເຕັກ​ໂນ​ໂລ​ຊີ​ສຶກສາ​ໄດ້​ຜັນ​ຂະຫຍາຍ ບໍ່​ພຽງ​ແຕ່​ຢູ່​ເຂດ​ຕົວ​ເມືອງ, ​ເຂດ​ທີ່​ມີ​ເງື່ອນ​ໄຂສະດວກ​ເທົ່າ​ນັ້ນ ຫາກ​ພວມ​ຜັນ​ຂະຫຍາຍ​ຢູ່​ບັນດາ​ເຂດ​ທີ່​ຫຍຸ້ງຍາກ​​ໂດ​ຍສະ​ເພາະ​ນັກ​ສຶກສາຊົນ​ເຜົ່າ, ນັກຮຽນທຸກ​ຍາກ, ບັນດາ​ນັກຮຽນຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​​ເຂດ​ຊາຍ​ແດນ, ເຂດ​ທະ​ເລ​ໝູ່​ເກາະອີກ​ດ້ວຍ. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ລະດັບພາສາ​ຫວຽດ ​ແລະ ລະດັບ​ປະຖົມ​ສຶກສາ​ເທົ່າ​ນັ້ນ ຫາກ​ຍັງ​ອີງ​ບົນພື້ນຖານ​ຂອງ​ວຽກ​ງານ​ນັ້ນ ສູນ​ຈະ​ເປີດ​ກວ້າງ​ໄປ​ສູ່​ຂັ້ນ​ສຶກສາ​ອື່ນ​, ບັນດາວິຊາ​ຮຽນ​ອື່ນ​ໃນ​ທົ່ວ​ລະບົບ​​ຫຼັກສູດນ, ລະບົບ​ການ​ສຶກສາ​ຂອງ​ຫວຽດນາມ”.

ຂ່າວ/ບົດ​ອື່ນ