ເປີດສະຫຼອງສູນເຕັກໂນໂລຢີຫວຽດນາມ-ສ.ເກົາຫຼີ

ເປີດສະຫຼອງສູນເຕັກໂນໂລຢີຫວຽດນາມ-ສ.ເກົາຫຼີ - ảnh 1
ທ່ານ ຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ


(vovworld)- ພິ​ທີເປີດ ນຳ​​ສູນ​ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ-ສ.ເກົ​າຫຼີເຂົ້າ​ເຄື່ອນ​ໄຫວ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 14/11 ຢູ່​ນະ​ຄອນ​ເກີນ​ເທີ, ໂຄງ​ການ​ມີ​ຍອດ​ເງິນ​ລົງ​ທຶນກວ່າ 20 ລ້ານ​ USD , ໄດ້​ຮັບ​ການກໍ່​ສ້າງ​ເພື່ອ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ​ອົງ​ການ​ຄຸ້ມ​ຄອງ​ລັດ​ກັບ​ບັນ​ດາ​ສະ​ຖາ​ບັນ, ໂຮງ​ຮຽນ, ຮາກ​ຖານ ຄົ້ນ​ຄ້​ວາ ກໍ​ຄື​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ສ່ວນ​ບຸກ​ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢືນ​ຢັນ​ວ່າ : 

     “  ສູນ​ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ-ສ.ເກົ​າຫຼີ ຖືກ​ຕັ້ງ​ຢູ່​ນະ​ຄອນ​ເກີນ​ເທີ ຊຶ່ງ​ແມ່ນ​ສູນ​ກາງ​ສະ​ບຽງ​ອາ​ຫານ, ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫຍ​່ກວ່າ​ໝູ່​ຂອງ​ຫວຽດ​ນາມ, ແນ​່ນອນ​ວ່າ ຈະ​ຍົດ​ສູງ​ມູນ​ຄ່າ​ທາງ​ດ້ານ​ກະ​ສີ​ກຳ​ຫວຽດ​ນາມ, ປະ​ກອບ​ສ່ວນ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ທາງ​ພາກ​ໃຕ້​ຫວຽດ​ນາມ, ພ້ອມ​ທັງ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່ບັນ​ດາ​ສະ​ຖາ​ບັນ, ໂຮງ​ຮຽນ, ຮາກ​ຖານ ຄົ້ນ​ຄ້​ວາ ກໍ​ຄື​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ສ່ວນ​ບຸກ​ຄົນຂອງ​ ສ.ເກົາຫຼີຮ່ວມ​ມື​ກັບ​ຫວຽດ​ນາມ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ ”
ຂ່າວ/ບົດ​ອື່ນ