ເປີດສະຫຼອງສະໜາມຫຼວງສັນຍາ ປາຣີ ຢູ່ຝຣັ່ງ

ເປີດສະຫຼອງສະໜາມຫຼວງສັນຍາ ປາຣີ ຢູ່ຝຣັ່ງ - ảnh 1
ທ່ານ​ນາງ​ອະດີດຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິບິ່ງ ກ່າວຄຳເຫັນນະພິທີ

(vovworld) - ​​ ວັນ​ທີ 23/3, ​ໃນ​ຂອ​ບ​ເຂດ​ສັບປະດາ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່​ງວັນ​ເຊັນ​ສັນຍາ ປາຣີ ຢູ່​ນະຄອນ Choisy Le Roi, ທ່ານ​ນາງ​ອະດີດຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິບິ່ງ ພ້ອມ​ກັບ​ການ​ນຳ​ນະຄອນ ​ໄດ​້ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ສະໜາມ​ຫຼວງ​ທີ່​ມີ​ຊື່ວ່າ “ສັນຍາ ປາຣີ”. ສະໜາມ​ຫຼວງ​ແຫ່ງ​ໃໝ່ ດ້ວຍສັນຍາ​ລັກສັນຕິພາບ​ຈະ​ເຊື່ອມ​ຕໍ່​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ນະ​ຄອນ Choisy Le Roi, ​ແຫ່ງ​ທີ່​ເຄີຍຕ້ອນຮັບ ​ແລະ ຊ່ວຍ​ເຫຼືອ​ຄະນະ​ຜູ້​ແທນ ຫວຽດນາມ ​ໃນ​ໄລຍະ 5 ປີ​ດຳ​ເນີນ​ການ​ເຈລະຈາ ປາຣີ. ກ່າວ​ຄຳ​ເຫັນ​ນະ​ພິທີ​ເປີດ​ສະຫຼອງ,  ທ່ານ​ນາງ​ອະດີດຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິບິ່ງ​ ​ໄດ້​ທົບ​ທວນຄືນ​ຄວາມ​ໝາຍ​ຂອງ​ສັນຍາ ປາຣີ ​ແລະ ການ​ປະກອບສ່ວນ​ສຳຄັນ​ຂອງ​ນະຄອນ Choisy Le Roi ​ເຂົ້າ​ໃນ​ຜົນງານ​ປະຫວັດ​ສາດ​ຂອງ​ປະຊາຊົນ ຫວຽດນາມ ​ແລະ ຂອງ​ປະຊາຊົນ ຝຣັ່ງ, ປະຊາຊົນ​ຜູ້ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ:

        “40 ໄດ້ລ່ວງເລີຍໄປ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຜາ​ສຸກ​ຫຼາຍ​ທີ່​ມີໜ້າ​ໃນ​ເຫດການ​ນີ້, ​ໃນ​ບັນຍາກາດ​ໃໝ່ ​ແຕ່​ຍາມ​ໃດ​ກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸດ​ອົກ​ສຸດ​ໃຈ, ນ້ຳ​ໃຈ​ມິດຕະພາບ, ບໍລິສຸດ​ຜຸດ​ຜ່ອງ. ພິ​ເສດ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຕໍ່​ບັນດາ​​ແນວ​ຄວາມ​ຄິດ, ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​​ເຊິ່ງນະຄອນ Choisy Le Roi ຈັດ​ຕັ້ງ​ເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ ປາຣີ ”

        ທ່ານ Daniel Davisse, ​ເຈົ້າ​ຄອງ​ນະຄອນ Choisy Le Roi ​ແລະ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ​ເຢືອງຈີ໋ຢູງ ລ້ວນ​ແຕ່​​ເນັ້ນ​ໜັກ​ເລື່ອງ​ສືບ​ຕໍ່​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ຝຣັ່ງ ​ເວົ້າ​ລວມ, ລະ​ຫວ່າງ ຫວຽດນາມ ກັບ Choisy Le Roi ​ເວົ້າສະ​ເພາະ ​​ໃຫ້ແຂງ​ແຮງ​ກ່ວາ​ອີກ. ທ່ານ​ນາງ​ອະດີດຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນທິບິ່ງ ພ້ອມ​ກັບການນຳ​ນະຄອນ Choisy Le Roi, ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ​ແລ​ະ ການນ​ຳ​ເມືອງ ດົ໋ງດາ (ນະຄອນຫຼວງ ຮ່າ​ໂນ້ຍ) - ຫົວໜ່ວຍ​ເປັນ​ແຮກສ່ຽວ ກັບ​ນະຄອນ Choisy Le Roi ​ໄດ້​ພ້ອມ​ກັນ​ຕັດ​ແຖບ​ຜ້າ​ເປີດ​ແຜ່ນ​ສີ​ລາ​ສິລະ​ປະ​ເພື່ອ​ສັນຕິພາບ.

 

ຂ່າວ/ບົດ​ອື່ນ