(vovworld) - ວັນທີ 6/2, ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ຈັດຕັ້ງພິທີເປີດສະຫຼອງໂຄງການສາຍກາບໃຕ້ທະເລ 110Kv ລະຫວ່າງຮ່າຕຽນ - ຝູ໋ກວກ ຢູ່ຕາແສງ ເຢືອງເຕີ, ເມືອງ ຟູ໋ກວກ, ແຂວງ ກຽນຢາງ.
ໂຄງການສາຍກາບໃຕ້ທະເລ 110 KV ລະຫວ່າງ ຮ່າຕຽນ ຟູ໋ກວກ ມີຍອດເງິນລົງທຶນກ່ວາ 2.000 ຕື້ດົ່ງ, ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 17/11/2013 ແລະ ສະໜອງໄຟຟ້າໃຫ້ ຟູ໋ກວກ ຢ່າງເປັນທາງການໃນວັນທີ 2/2/2014.
ໂຄງການກໍ່ສ້າງສຳເລັດ ໄດ້ຊ່ວຍໃຫ້ປະຊາຊົນ ແລະ ບັນດາວິສາຫະກິດໃນເມືອງເກາະ ຟູ໋ກວກ ນຳໃຊ້ໄຟຟ້າຢ່າງປອດໄພ, ເປັນປົກກະຕິ ແລະ ປະຢັດກ່ວາ 200 ຕື້ດົ່ງ.
ສາຍກາບມີຄວາມຍາວເກືອບ 58 ກມ. ເລີ່ມຈາກຕາແສງ ທ້ວນອຽນ, ເທດສະບານ ຮ່າຕຽນ ເຖິງຕາແສງ ຮ່າມນິງ, ເມືອງ ຟູ໋ກວກ