ເປີດສະຫຼອງສຳນັກງານສາຂາສູນອີນເຕີແນັດຫວຽດນາມ

ເປີດສະຫຼອງສຳນັກງານສາຂາສູນອີນເຕີແນັດຫວຽດນາມ - ảnh 1
​ພິທີ​ເປີດ​ສະຫຼອງ​ກິດຈະກຳສຳນັກງານ​ສາ​ຂາສູນ​ອີນ​ເຕີ​ແນັດ​ຫວຽ​ດນາມ
( ພາບ: news.go.vn )


( vovworld ) –   ​ວັນ​ທີ 4/5, ຢູ່​ທີ່​ສູນ​ອີນ​ເຕີ​ແນັດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ກິດຈະກຳສຳນັກງານ​ສາ​ຂາສູນ​ອີນ​ເຕີ​ແນັດ​ຫວຽ​ດນາມ ຢູ່​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ ຮ່ວາ​ຫຼາກ, ​ຊານ​ນະຄອນໂຮ່​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ Tran Duc Lai ຊີ້​ແຈ້ງວ່າ.

   “ ​ເລື່ອງ​ເປີດ​ສະຫຼອງ​ກິດຈະກຳສຳນັກງານ​ສາ​ຂາສູນ​ອີນ​ເຕີ​ແນັດຢູ່ ຮ່ວາຫຼາກ ​ໄດ້​ເປັນ​ຂີດ​ໝາຍພັດ​ທະນາ​ຂອງ​ເຄື່ອຂ່າຍ​ອີນ​ເຕີ​ແນັດ​ຫວຽດນາມ, ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​​​ລັດ​ຂອງກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ, ຢັ້ງຢືນ​ການ​ພັດທະນາຂອງ​ສູນ​ອີນ​ເຕີ​ແນັດ​ຫວຽດນາມ ທີ່​ນັບ​ມື້​ນັບ​ແຂງ​ແຮງ ​ແລະ ​ເຕີບ​ໃຫຍ່, ພາຍຫຼັງ​ທີ່ມີກິດຈະກຳ​ດ້ານອີນເຕີແນັດເຊັ່ນດຽວກັນໄດ້​ຮັບການເປີດສະຫຼອງ​ໃນ​ເດືອນ 3/2012 ຢູ່​ທີ່ນະຄອນ ດາ​ໜັ້ງ. ສຳນັກງານ​ສາ​ຂາສູນ​ອີນ​ເຕີ​ແນັດ​ຢູ່ ຮ່ວາ​ຫຼາກ ຈະ​ແມ່ນພາກສ່ວນໜື່ງທີ່ສຳຄັນ​ຂອງ​ລະບົບ​ອີນ​ເຕີ​ແນ​ດຄວາມ​ໄວ​ສູງ​ແຫ່ງ​ຊາດ, ຊ່ວຍ​ໃຫ້ການ​ເພີ່ມ​ທະວີຄວາມ​ສາມາດ​ໃນ​ການ​ກຽມພ້ອມ​ແກ້​ໄຂ​ກໍລະນີ​ສຸກ​ເສີນ, ຮັບປະກັນການສະໜອງ​ຂໍ້​ມູນຂ່າວສານຜ່ານເຄື່ອຂ່າຍ​ອີນ​ເຕີ​ແນັດ ​​ຢ່າງ​​ວ່ອງ​ໄວ​ທັນ​ການ ”.

ຂ່າວ/ບົດ​ອື່ນ