ເປີດສະຫຼອງແຜ່ນສີລາອາໄລຫານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຮ່າໂນ້ຍ ຢູ່ກອນຕູມ

ເປີດສະຫຼອງແຜ່ນສີລາອາໄລຫານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຮ່າໂນ້ຍ ຢູ່ກອນຕູມ - ảnh 1
(ພາບປະກອບ)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/07/1947 – 27/07/2013), ຕອນ​ເຊົ້າ​ວັນ​ທີ 20/07, ຢູ່​ສຸສານ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເມືອງ ຊາ​​​​ໄທ່, ຄະນະ​ກຳມະການ​ປະຊາຊົນແຂວງ​ກ​ອນຕູມ ​ແລະ ອຳນາດ​ການ​ປົກຄອງ​ເມືອງ​ຊາ​ໄທ່ ​​ໄດ້​ຈັດ​ພິທີ​​ໄຫ​ວ້ອາ​ໄລ​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ. ທ່ານ​ຮອງ​ຜູ້ອຳ​ນວຍການ​ໃຫຍ່​ວິທະຍຸ​ກະຈາຍ​ສຽງຫວຽດນາມ ​ເຈີ​ນມິນ​ຮຸ່ງ ​ໄດ້​ເຂົ້າ​ຮ່ວມ​ພິທີ. ພາຍຫຼັງ​ພິທີ​ໄຫວ້​ອາ​ໄລ, ບັນດາ​ຜູ້​ແທນ​ໄດ້​ຕັດ​ແທບ​ຜ້າ​ເປີດ​ສະຫຼອງ​ກິດຈະກຳແຜ່ນ​ສີ​ລາ​ອາ​ໄລ​ຫາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຮ່າ​ໂນ້ຍ 77 ຄົນ, ທີ່​ໄດ້​ເສຍສະຫຼະ​ຊີວິດ​​ເມື່ອ​ປີ 1968 ຢູ່​ຕາ​ແສງ ຢາ​ຊີ​ແອ, ​ເມືອງ​ຊາ​ໄທ່, ຂຶ້ນ​ກັບ​ສະໜາມຮົບ​ທິດ​ເໜືອ​ໄຕ​ງວຽນ. ​ແຜ່ນ​ສີ​ລາ​ໄດ້​ເຮັດ​ດ້ວຍ​ຫິນ​ແກ້ວ ສູງ 2,8 ມ, ກວ້າງ 1,85 ມ, ມີ​ມຸນ​ຄ່າ 100 ລ້ານ​ດົງ, ​ໃນ​ນັ້ນ​ໂຮງຮຽນ​ວິທະຍາ​ໄລ​ວິທະຍຸ - ​ໂທລະພາບ 2, ສັງກັດວິທະຍຸ​ກະຈາຍສຽງ​ຫວຽດນາມ ສະໜັບສະໜູນ​ກວ່າ 30 ລ້ານ​ດົງ. ​ເນື່ອງ​ໃນ​ໂອກາດ​ນີ້, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ຫຼັງ​ໜື່ງ ​ໃຫ້​ແກ່​ຄອບຄົວ​ນະ​ໂຍບາຍ​ຂອງ​ເມືອງ​ຊາ​ໄທ່.
ຂ່າວ/ບົດ​ອື່ນ