ເປີດສາຍການບີນ ວິງ - ວຽງຈັນ

ເປີດສາຍການບີນ ວິງ - ວຽງຈັນ - ảnh 1
ພາບປະກອບຈາກ dulichvietnam.com.vn.

​(vovworld) – ບໍລິສັດ​ໃຫຍ່​ການບິນ​ຫວຽດນາມ (ຫວຽດນາມ​ແອ​ລາຍ) ຈະ​ເປີດ​ສາຍ​ການບິນ​ສາກົນ​ໃໝ່ວິ​ງ - ວຽງ​ຈັນ ຢ່າງ​ເປັນ​ທາງ​ການ​, ແຕ່​ວັນ​ທີ 12/1/2014​ເປັນ​ຕົ້ນ​ໄປ, ດ້ວຍ 4 ຖ້ຽວ/ສັບປະດາ​ໃນ​ວັນ​ຈັນ, ວັນ​ພະຫັດ, ວັນ​ເສົາ ​ແລະ ວັນ​ອາທິດ ດ້ວຍ​ເຮືອບິນ ATR – 72. ບັນດາ​ຖ້ຽວ​ບິນ​ເລີ່​ມບິນ​ຈາກນະຄອນ​ວິ​ງ ​​ແຕ່ເວລາ 8 ​ໂມງ 40 ນາທີ ​ແລະ ຈາກ ວຽງ​ຈັນ​ແຕ່​ເວລາ 10 ​ໂມງ 40 ນາທີ, ​ເວລາ​ບິນ 1 ກວ່າ​ຊົ່ວ​ໂມງ, ສາຍ​ການ​ບີນ ວິ​ງ - ວຽງ​ຈັນ ​ແມ່ນ​ສາຍ​ການບິນ​ສາກົນ​ທຳ​ອິດ ທີ່​ຫວຽດນາມ ​​ແອ​ລາຍ​ ນຳ​ເຂົ້າຂຸດ​ຄົ້ນ​ໃນ​ປີ 2014, ອັນ​ໄດ້​ຍົກ​ຈຳນວນສາຍ​ການບິນ​ຂອງ​ຫວຽດນາມ​ແອ​ລາ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຂຶ້ນ 93 ສາຍ.​

ຂ່າວ/ບົດ​ອື່ນ