ເຮືອບິນຂອງບໍລິສັດການບິນ ສ ເກົາຫຼີ Jeju Air
(ພາບ: ອີນເຕີເນັດ)
(vovworld) – ບໍລິສັດການບິນ ສ ເກົາຫຼີ Jeju Air ຫາກໍເປີດສະໜອງສາຍການບິນ ລະຫວ່າງ Incheon - ນະຄອນໂຮ່ຈີມິນ. ສາຍການບິນນີ້ມີບັນດາຖ້ຽວບິນປະຈຳວັນດ້ວຍລາຄາພຽງ 290 USD/ຄົນເທົ່ານັ້ນ. ກ່ອນໜ້ານັ້ນຄືປີ 2011, ກົມການບິນຫວຽດນາມ ແລະ ກະຊວງຄົມມະນາຄົມຂົນສົ່ງທາງບົກ ແລະ ທາງທະເລ ສ ເກົາຫຼີ ໄດ້ເຊັນສົນທິສັນຍາອະນຸຍາດໃຫ້ບັນດາບໍລິສັດການບິນລາຄາຖືກຂອງ ສ ເກົາຫຼີ ຈັດຕັ້ງສາຍການບິນມາຍັງຫວຽດນາມ.