ເປີດໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນທີ່ທັນສະໄໝທີ່ສຸດຂອງຫວຽດນາມ


    ເປີດໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນທີ່ທັນສະໄໝທີ່ສຸດຂອງຫວຽດນາມ - ảnh 1
ຂະ​ແໜງ​ໄຟ​ຟ້າ​ຕ້ອງ​ກ້າວ​ເດີນ​ກ່ອນ​ບາດ​ກ້າວ​ໜຶ່ງ​ເພື່ອ​ຕອບ​ສະ​ໜອງ​ຕາມ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ-ສາງ​ຄົມ​ຂອງ​ປະ​ເທດ​ຊາດ

(vovworld)- ວັນ​ທີ 16/1, ຢູ່​ແຂວງກວາງ​ນິງ, ບໍ​ລິ​ສັດ​ໃຫຍ່​ກະ​ຈາຍໄຟ​ຟ້າ​ເລກ 3 ໄດ້​ຈັດ​ພິ​ທີ​ຊົມ​ເຊີຍ​ການ​ກະ​ຈາຍ​ໄຟ​ຟ້າ​ຂອງ​ໂຮງ​ງານ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ມົງ​ເຢືອງ​ເລກ1. ນີ້ແມ່ນ​ໜຶ່ງ​ໃນ​ບັນ​ດາກິດ​ຈະ​ກຳໄຟ​ຟ້າ​ທີ່​ຮີບ​ດ່ວນ​ນອນ​ໃນ​ແຜນ​ກຳ​ນົດ​ພັດ​ທະ​ນາ​ພະ​ລັງ​ງານ​ໄຟ​ຟ້າ​ແຫ່ງ​ຊາດ​ໄລ​ຍະ 2011-2020. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ດັ່ງ​ກ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຮ່​ວາງ​ຈຸງ​ຫາຍ ເນັ້ນ​ໜັກ​ວ່າ :

     “ ຂະ​ແໜງ​ໄຟ​ຟ້າ​ຕ້ອງ​ກ້າວ​ເດີນ​ກ່ອນ​ບາດ​ກ້າວ​ໜຶ່ງ​ເພື່ອ​ຕອບ​ສະ​ໜອງ​ຕາມ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ-ສາງ​ຄົມ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອ​ງ​ການ​ດ້ານ ພະ​ລັງ​ງານ​ໄຟ​ຟ້າ​ທີ່​ນັບ​ມື້​ນັບ​ສູງກວ່າ. ໄລ​ຍະ​ຜ່ານ​ມາ, ຂະ​ແໜງ​ໄຟ​ຟ້າ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ. ນີ້​ແມ່ນ​ກິດ​ຈະ​ກຳ ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່ທັນ​ສະ​ໄໝທີ່​ສຸດ​ຂອງ​ຫວຽດ​ນາມ ”

 

ຂ່າວ/ບົດ​ອື່ນ