ເປັນຄັ້ງທຳອິດ ຫວຽດນາມ ສ້າງໂຄງການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ

(VOVWORLD) -ໂຄງການໄດ້ວາງເປົ້າໝາຍຮອດປີ 2025, ທຸກກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງແຜນການ, ຜັນຂະຫຍາຍການເຄື່ອນໄຫວ ເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ
ເປັນຄັ້ງທຳອິດ ຫວຽດນາມ ສ້າງໂຄງການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ - ảnh 1(ພາບປະກອບ: thoibaotaichinhvietnam.vn)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຊັນຂໍ້ຕົກລົງອະນຸມັດຜ່ານໂຄງການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຮອດປີ 2030. ນີ້ແມ່ນຄັ້ງທຳອິດ ຫວຽດນາມ ສ້າງໂຄງການນີ້ດ້ວຍວິໄສທັດຮອດປີ 2030.

        ໂຄງການໄດ້ວາງເປົ້າໝາຍຮອດປີ 2025, ທຸກກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງແຜນການ, ຜັນຂະຫຍາຍການເຄື່ອນໄຫວ ເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນ ສະກັດກັ້ນ, ຮັບມືກັບການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດປະຈຳປີ. ສູ້ຊົນຮອດປີ 2025 ບັນດາອົງການສື່ມວນຊົນນຳໃຊ້ທົດລອງບັນລຸຢ່າງໜ້ອຍສຸດໃຫ້ໄດ້ 70% ແລະ ຮອດປີ 2030 ອົງການສື່ມວນຊົນຈັດວາງໝວດຕົວເລກກ່ຽວກັບເພດໃນສື່ມວນຊົນໃຫ້ໄດ້ 90%.

        ແຕ່ລະປີ, ບັນດາອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນ ແລະ ປະຊາຊົນໄດ້ຮັບການໂຄສະນາ, ເຜີຍແຜ, ອັບເດັດຂໍ້ມູນກ່ຽວກັບກົດໝາຍ, ນະໂຍບາຍ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ຢ່າງໜ້ອຍສຸດປີ 1 ເປັນ 2 ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ