(vovworld) - ວັນທີ 18/12, ເປັນຄັ້ງທຳອິດທີ່ພະລາຊິນີ Elizabeth II ເຂົ້າຮ່ວມກອງປະຊຸມຂອງລັດຖະບານອັງກິດ, ພົບປະກັບບັນດາສະມາຊິກຄະນະລັດຖະບານ ແລະ ຮັບຟັງການປຶກສາຫາລືກ່ຽວກັບນະໂຍບາຍພົວພັນພາຍໃນ ແລະ ຕ່າງປະເທດ. ວົງການສື່ມວນຊົນອັງກິດໄດ້ຖືວ່າ ພະລາຊິມີ Elizabeth II ໄດ້ສ້າງຂີດໝາຍກ່ຽວກັບລະບອບການປົກຄອງໃນເວທີການເມືອງ ກໍຄືປະຫວັດສາດຂອງປະເທດນີ້ ກົງກັບໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນພາລາຊີນີຂຶ້ນຄອງລາຊະບັນລັງ. ສາດສະດາຈານ Jane Ridley, ຜູ້ຂຽນປະຫວັດຫຍໍ້ເຈົ້າຊີວິດ Edward VII, ຖືວ່າ ເຫດການນີ້ແມ່ນການທົດລອງຄວາມສາມາດຂອງຕົນໃນຂົງເຂດການເມືອງຂອງລາຊະວົງອັງກິດ. ຕາມທ່ານອະດີດເຈົ້າໜ້າທີ່ລັດຖະບານ Lord O’Donnell ແລ້ວ, ນີ້ແມ່ນວຽກງານທີ່ຄວນເຮັດ, ເພາະມັນສະແດງໃຫ້ເຫັນສິດອຳນາດຂອງພະລາຊິນີ ໃນຂົງເຂດການເມືອງ, ເພື່ອປະເທດຊາດ ແລະ ປະຊາຊົນ. ທ່ານຖືວ່າ ເນື່ອງໃນໂອກາດນີ້ ຄະນະລັດຖະບານ ກໍຢາກສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ພະລາຊະນີໃນ 60 ປີທີ່ກຳອຳນາດ.