ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີ
ການຕ່າງປະເທດ ຫວຽດນາມ
(vovworld) - ວັນທີ 22/09 ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຈັດຕັ້ງພິທີປະກາດ “ປື້ມ ຂຽວການທູດ ຫວຽດນາມ ປີ 2015” ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ ບາງກະຊວງ, ຄະນະ, ຂະແໜງການສູນກາງ, ອົງການການທູດປະຈຳ ຫວຽດນາມ ແລະ ນັກຂ່າວພາຍໃນປະເທດ ແລະ ສາກົນເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ປື້ມຂຽວ ບໍ່ພຽງແຕ່ເປັນການທົບທວນຄືນວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ໃນປີ 2015 ເທົ່ານັ້ນ ຫາກຍັງຫວນຄືນທັງໄລຍະ 5 ປີຜ່ານມາອີກດ້ວຍ, ພ້ອມທັງ ຊີ້ແຈ້ງບັນດາເນື້ອໃນຕົ້ນຕໍໃໝ່ກ່ຽວກັບແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ນີ້ເປັນຄັ້ງທຳອິດທີ່ກະຊວງການຕ່າງປະເທດຈັດຕັ້ງພິທີປະກາດປື້ມຂຽວການທູດ ຫວຽດນາມ ເພື່ອແນໃສ່ແນະນຳນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ບັນດາຜົນງານທີ່ພົ້ນເດັ່ນກ່ຽວກັບການພົວພັນຕ່າງປະເທດຂອງ ຫວຽດນາມ ໃນປີ 2015.