ເປັນຄັ້ງທຳອິດວົງເງິນການຄ້າຫວຽດນາມ-ບຣາຊິນບັນລຸກວ່າ3ຕື້USD

ເປັນຄັ້ງທຳອິດວົງເງິນການຄ້າຫວຽດນາມ-ບຣາຊິນບັນລຸກວ່າ3ຕື້USD - ảnh 1
ພາບ​ປະ​ກອບ​ຈາກ TTXVN

 (vovworld)- ວົງ​ເງິນ​ການ​ຄ້າ​ລະຫວ່າງ ຫວຽດນາມ-​ບຣາຊິນ ​ໃນ​ປີ 2014 ​ເພີ່ມ​ຂຶ້ນ 36% ​ເມື​່ອທຽບ​ໃສ່​ກັບ​ປີ 2013 ​ແລະ ​ແມ່ນ​ປີ​ທຳ​ອິດ​ທີ່​ບັນລຸ​ກວ່າ 3 ຕື້ USD. ​ໃນ​ປີຜ່ານມາ, ຫວຽດນາມ ສົ່ງ​ອອກ​ສິນຄ້າໄປ​ຍັງ​ບາຣາຊິນ ບັນລຸ​ມູນ​ຄ່າ 1,58 ຕື້ USD ​ແລະ ນຳ​ເຂົ້າສິນຄ້າທີ່​ມີ​ມູນ​ຄ່າ 1,59 ຕື້ USD.

        ບຣາຊິນ ​ແມ່ນ​ພື້ນຖານ​ເສ​ດຖະກິດໃຫຍ່ອັນດັບ​ 7 ຂອງ​ໂລກ ​ແລະ ​ແມ່ນ​ລູກຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ຢູ່ອາ​ເມ​ລິ​ກາ​ລາ​ຕິນ. ສິນຄ້າ​ທີ່ຫວຽດນາມ ສະໜອງ​ໃຫ້​ບາຣາຊິນສ່ວນ​ຫຼາຍ​ແມ່ນ: ​ໂທລະສັບ ​ແລະ ​ເຄື່ອງ​ອາ​ໄຫລ່, ​ເກີບ​ໜັງ, ປາ​ແຊ​ເຢັນ, ຜະລິດ​ຕະພັນ​ເອ​ເລກ​ໂຕ​ນິກ…. ຫວຽດນາມ ນຳ​ເຂົ້າ​ສິນ​ຄ້າຈາກ​ບຣາຊິນ ສ່ວນ​ຫຼາຍ​ແມ່ນ: ສາລີ, ໝາກ​ທົ່ວ​ເຫຼືອງ, ຝ້າຍ, ຫົວ​ນ້ຳມັນ, ​ ວັດຖຸ​ດິບ​ເພື່ອ​ຜະລິດເກີບ​ໜັງ, ​ຢາ​ສູບ, ​ຜະລິດ​ຕະພັນ​ໄກ່,  ໝາກພິກ​ໄທ, ​ຊີ້ນ, ເຫຼັກເສດ​ເຫຼືອ​​ ​...
ຂ່າວ/ບົດ​ອື່ນ