(vovworld) – ສັນຕະປາປາ Francis I, ຫົວໜ້າໂບດ Vatincan ທີ 3 ໄດ້ໄປເຖິງກຸຍບາ ໃນຮອບເວລາ 17 ປີຜ່ານມາ, ພາຍຫຼັງການຢ້ຽມຢາມຄັ້ງປະຫວັດສາດຂອງສັນຕະປາປາ John Paul II ເມື່ອປີ 1998 ແລະ Benedict XVI ເມື່ອປີ 2012. ວັນທີ 20/09, ໂຄສົກໂບດ Vatincan, Federico Lombardi ແຈ້ງໃຫ້ຮູ້ວ່າ, ສັນຕະປາປາ Francis I ໄດ້ໄດ້ມີການພົບປະກັບການນຳກຸຍບາ Fidel Castro. ການພົບປະນີ້ນອນໃນຂອບເຂດການຢ້ຽມຢາມປະເທດຢູ່ເກາະ Caribe ເປັນຄັ້ງທຳອິດຂອງສັນຕະປາປາ Francis I. ໃນການປະຊຸມຂ່າວທີ່ນະຄອນຫຼວງ ລາຮາວານ, ທ່ານ Federico Lombardi ໃຫ້ຮູ້ວ່າ, ພາຍຫຼັງພິທີສວດມົນຢູ່ສະໜາມຫຼວງປະຕິວັດ, ສັນຕະປາປາ Francis I ໄດ້ມີການພົບປະກັບການນຳ Fidel Castro. 2 ຝ່າຍໄດ້ປຶກສາຫາລືຫຼາຍບັນຫາຄື ສະພາບການໂລກ, ບັນຫາສິ່ງແວດລ້ອມ. ຕໍ່ຈາກນັ້ນ, ສັນຕະປາປາ Francis I ມີການພົບປະກັນທ່ານປະທານກຸຍບາ Raul Castro. ພາຍຫຼັງການເຄື່ອນໄຫວຕ່າງໆຢູ່ນະຄອນຫຼວງ ລາຮາວານ, ສັນຕະປາປາ Francis I ຈະໄປຢ້ຽມຢາມນະຄອນ Holguin ແລະ Santiago de Cuba, ເຊິ່ງເປັນອູ່ແຫ່ງການປະຕິວັດກຸຍບາ.