ເປັນເຈົ້າການປ້ອງກັນ,ຕ້ານໄວຣັດຊິກາ
(ພາບປະກອບ)
(vovworld) – ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທຽບເທົ່າກະຊວງ, ຂະແໜງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ເພີ່ມທະວີປະຕິບັດບັນດາມາດຕະການ, ເປັນເຈົ້າການປ້ອງກັນ, ຕ້ານໄວຣັດຊິກາ (virus Zika) ອາດຈະແຜ່ລະບາດເຂົ້າຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ເປັນເຈົ້າການ, ສົມທົບກັນ, ແນະນຳບັນດາທ້ອງຖິ່ນເພີ່ມທະວີການຕິດຕາມກວດກາ, ແກ້ໄຂຕ້ານພະຍາດຕາມກຳນົດ; ປະຕິບັດລະບອບຕິດຕາມກວດດກາ, ລາຍງານກ່ຽວກັບພະຍາດຕາມສິດຂອງຕົນ; ຄົ້ນຄວ້າ, ສະເໜີຕໍ່ນາຍົກລັດຖະມົນຕີເລື່ອງເພີ່ມບັນຊີລາຍຊື່ພະຍາດຕິດແປດ.