ເພງພື້ນເມືອງ ວີ(ví), ຢ້ຳ(dặm)ສະເຫນີຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ

ເພງພື້ນເມືອງ ວີ(ví), ຢ້ຳ(dặm)ສະເຫນີຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ - ảnh 1
ລາຍການສະແດງສິລະປະ ເພງພື້ນເມືອງ ວີ, ຢ້ຳ
ພາບ:internet


(vovworld) -   ວັນ​ທີ 23/3, ທ່ານ​ນາງ ຫງວຽນ​ທິກິມຢູງ, ຫົວຫນ້າ​ຫ້ອງການ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ສັງກັດ​ກົມ​ມໍລະດົກ​ວັດທະນະທຳ ​ໃຫ້​ຮູ້​ວ່າ: ​ເພ​ງພື້ນ​ເມືອງ ວີ, ຢ້ຳ ຂອງ​ເຫ​ງ້ຕີງ ​ໄດ້​ຮັບ​ການ​ຄັດ​ເລ​ືອກ​ເປັນ​ມໍລະດົກ​ຕາງຫນ້າ​ໃຫ້​ຫວຽດນາມ ສະ​ເຫ​ນີຮັບຮອງ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ​ປີ 2014. ສຳ​ເນົາ​ເອກະສານ​ກ່ຽວ​ກັບ​​ເພງ​ພື້ນ​ເມືອງ ວີ, ຢ້ຳ ພວມ​​ໃນ​ວິວັດ​ການສ້າງ​ສຳ​ເລັດ​ໂດ​ຍ​ໄວ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ອົງການ UNESCO ​ໃນ​ເວລາ​ຊ້າ​ສຸດ​ແມ່ນ​​ວັນ​ທີ 31/3 ຈະ​ມາ​ເຖິງ. ​ເພງ​ພື້ນ​ເມືອງວີ, ຢ້ຳ ​ເຫ​ງ້ຕີງ​ໄດ້​ສືບ​ກັນ​ມາ​ຢ່າງ​ກວ້າງ​ຂວາງ​ໃນ​ປະຊາຊົນຢູ່ 259 ໝູ່​ບ້ານ, ​ເຂດ​ຊຸມ​ຊົນ ຂອງ​ສອງ​ແຂວງ ​ເຫ​ງ້ອານ ​ແລະ ຮ່າ​ຕີງ ພາກ​ກາງ ຫວຽດນາມ. ​ເພງ​ພື້ນ​ເມືອງ​ປະ​ເພດ​ນີ້ ສວມ​ບົດບາດ​ສຳຄັນ​ໃນດ້ານ​ວັດທະນະທຳ, ຊີວິ​ດຂອງ​ເຂົາ​ເຈົ້າ.  ບັນດາ​ປະ​ເພດ​ເພງ​ພື້ນ​ເມືອງ​ດັ່ງກ່າວ​ມີ​ເນື້ອ​ໃນ​ສ່ອງ​ແສງ​ເຖິງ​ສັງຄົມ​, ປະຫວັດສາດ, ສະ​ແດງ​​ໃຫ້​ເຫັນ​ແນວ​ຄວາມ​ຄິດ, ອາລົມ​ຈິດ, ຄວາມ​ຮັກ, ຊີວິດ​ການ​ເປັນ​ຢູ່, ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຕໍ່​ປະ​ເທດ​ຊາດ, ຄວາມ​ຮັກ​ຂອງ​ບ່າວ​ສາວ… ທີ່​ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ​ຂອງ​ຊາວ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ