ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງກ່າວຄຳເຫັນທີ່ກອງປະຊຸມ
ພາບ:TTXVN
|
(vovworld)- ເພີ່ມທະວີການຄຸ້ມຄອງຊັບພະຍາກອນ,ປົກປັກຮັກສາສິ່ງແວດລ້ອມແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ນັ້ນແມ່ນການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູງ ທີ່ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍແຜນການ 6 ເດືອນທ້າຍປີ 2015 ຊື່ງດຳເນີນໃນຕອນເຊົ້າວັນທີ 18/7 ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຍົກອອກ 10 ຫນ້າທີ່ ຊື່ງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄວນປະຕິບັດ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ, ສູ້ຊົນຜັນຂະຫຍາຍເພື່ອບັນລຸໝາກຜົນສູງໃນແຜນການ 6 ເດືອນທ້າຍປີ. ຄຽງຄູ່ກັນນັ້ນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄວນຍົກສູງປະສິດທິຜົນ, ຜົນສັກສິດຂອງວຽກງານກວດກາ, ຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍໃນບັນດາຂົງເຂດຊັບພະຍາກອນ ແລະ ສິ່ງແວດລ້ອມ. ເພີ່ມທະວີການເຊື່ອມໂຍງ ແລະ ຮ່ວມມືສາກົນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ, ລະດົມບັນດາແຫລ່ງພູມປັນຍາ, ເຕັກໂນໂລຊີ ແລະ ການເງິນ ເພື່ອຫນູນຊ່ວຍໃຫ້ການປະຕິບັດບັນດາຫນ້າທີ່ຄຸ້ມຄອງລັດກ່ຽວກັບຊັບພະຍາກອນ ແລະ ສິ່ງແວດລ້ອມ.