(ພາບປະກອບ:vovgiaothong.vn)
(vovworld): ຕອນເຊົ້າວັນທີ 28/1, ຄະນະປະຕິບັດງານໂດຍທ່ານຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຫວຽດນາມ ນຳໜ້າ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ກ່ຽວກັບໝາກຜົນເດືອນຈຸດສຸມຜັນຂະຫຍາຍການປ້ອງກັນ, ຕ້ານອາດຊະຍາກຳ ແລະ ວຽກງງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສງ 2013. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ທາງນະຄອນ ຈົ່ງເພີ່ມທະວີການປຸກລະດົມກຳລັງແຮງຂອງທັງລະບົບການເມືອງ, ບົດບາດຂອງໝູ່ມະຫາຊົນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ເສດຖະກິດ. ກ່ຽວກັບການຮັບປະກັນຄວາມປອດໄພທາງຄົມມະນາຄົມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ, ໃນຕົ້ນປີ, ນະຄອນໂຮ່ຈິມິນ ຄວນສຸມໃສ່ຢ່າງຂ້ຽວຂາດກ່ວາອີກ ເພື່ອສາມາດບັນລຸຄາດໝາຍຫລຸດຜ່ອນ 10% ເມື່ອທຽບກັບປີ 2012; ສືບຕໍ່ແກ້ໄຂສະພາບລົດຕິດ, ຕ້ານການແຂ່ງລົດຜິດກົດໝາຍ. ກ່ຽວກັບວຽກງານກະກຽມບຸນປີໃໝ່ ປີມະເສງ 2013, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ຮັບປະກັນແຫຼ່ງສິນຄ້າ, ບໍ່ໃຫ້ເກີດການເພີ່ມລາຄາ, ຕ້ານສິນຄ້າປອມ, ສິນຄ້າລອກແບບ…