ເພີ່ມທະວີິການປ້ອງກັນຕ້ານອາກາດໜາວໃຫ້ຄົນເຈັບຢູ່ບັນດາຮາກຖານກວດປິນປົວພະຍາດ
(ພາບປະກອບ)
(vovworld) – ໃນຊຸມວັນນີ້ິ, ອາກາດຢູ່ຫຼາຍທ້ອງຖິ່ນ, ພິເສດແມ່ນຢູ່ເຂດພາກເໜືອຫວຽດນາມ ໄດ້ເກີດອາກາດໜາວຈັດ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ ແລະ ສຸຂະພາບຂອງປະຊາຊົນ. ຕໍ່ໜ້າສະພາບອາກາດຮ້າຍແຮງ, ເພື່ອຮັບປະກັນສຸຂະພາບໃຫ້ປະຊາຊົນ, ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ພະແນກສາທາລະນະສຸກບັນດາແຂວງ, ນະຄອນໃນທົ່ວປະເທດ ຮັບປະກັນການປ້ອງກັນຕ້ານອາກາດໜາວ ໃຫ້ຄົນເຈັບ ໃນວິວັດການກວດ, ປິນປົວພະຍາດຢູ່ໂຮງໝໍ. ໄປຄຽງຄູ່ກັບການຮັບປະກັນສະໜອງຢຸກຢາສຸກເສີນ, ຕຽງນອນຄົນເຈັບ, ກະກຽມບັນດາພາຫະນະສຸກເສີນຢ່າງພຽງພໍ ເພື່ອແກ້ໄຂຢ່າງທັນການບັນດາກໍລະນີສຸກເສີມຍ້ອນອາກາດໜາວກໍຂຶ້ນ. ບັນດາຮາກຖານສາທາລະນະສຸກຕິດຕາມການປ້ອງກັນຕ້ານອາກາດໜາວຢູ່ບັນດາຮາກຖານກວດ, ປິນປົວພະຍາດຢ່າງແໜ້ນແຟ້ນ, ລວບລວມຂໍ້ມູນກ່ຽວກັບຜົນສະທ້ອນຂອງອາກາດໜາວຈັດ ທີ່ສົ່ງຜົນສະທ້ອນເຖິງສຸຂະພາບຂອງປະຊາຊົນ, ລາຍງານຕໍ່ກະຊວງສາທາລະນະສຸກ ກ່ຽວກັບການຜັນແປພິເສດ ເພື່ອໃຫ້ການຊີ້ນຳຢ່າງທັນການ.