ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຫລາຍດ້ານລະຫວ່າງຫວຽດນາມແລະບັນດາປະເທດອາຊຽນ

ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຫລາຍດ້ານລະຫວ່າງຫວຽດນາມແລະບັນດາປະເທດອາຊຽນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ຕ້ອນຮັບ​ບັນ​ດາ​
ເອກ​ອັກຄະ​ລັດຖະທູດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ)

(vovworld) - ຕອນ​ບ່າຍ​ວັນ​ທີ 11/05, ຢູ່​ສຳນັກງານ​ລັດຖະບານ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ບັນ​ດາ​ເອກ​ອັກຄະ​ລັດຖະທູດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຊື່ອ​ໝັ້ນ​ວ່າ: ບັນ​ດາ​ເອກ​ອັກ​ຄະ​ລັດຖະທູດ​ຈະ​ສືບ​ຕໍ່​ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​​​ໃນ​ການເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ: ບັນດາ​ປະ​ເທດ​ສະມາຊິກ​ຄວນ​ມານະ​ພະຍາຍາມ​ສ້າງ ອາ​ຊຽນ ສາມັກຄີ, ​ເອກະ​ພາບ, ພິ​ເສດ​ແມ່ນ​ໃນ​ສະພາບ​​ແວດ​ລ້ອມ​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ​ມີ​ການ​ຫັນປ່ຽນ​ຫລາຍ​ຢ່າງ ​ແລະ ການ​ແກ່ງ​ແຍ້​ງກັນດ້ານ​ຍຸດ​ທະ​ສາ​ດລະ​ຫວ່າງ​ບັນດາ​ປະ​​ເທດ​ມະຫາ​ອຳນາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​. ຫວຽ​ດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ ອາ​ຊຽນ ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ບົດບາດ​ເປັນ​ເຈົ້າ​ພາ​ທາງ, ​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ, ​ເອກະ​ພາບ​ຂອງ ອາ​ຊຽນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນ​ຫາ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ, ​ໃນ​ການ​ພົວພັນ​ຂອງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ, ກໍ່​ຄື​ໃນການ​ສ້າງ​ໂຄງ​ປະກອບພາກ​ພື້ນ​ບົນ​ພື້ນຖານ​ບັນດາ​ເວທີ​ປາ​ໄສ ​ໂດຍ ອາ​ຊຽນ ນຳ​ພາ​.

        ຕໍ່​ໜ້າບັນດາ​ການ​ຜັນ​ແປ​ຢ່າງ​ສັບສົນ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ບັນດາ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີການ​ສົມທົບ​ກັນ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ໃຈກາງຂອງ ອາ​ຊຽນ; ຮັກ​ສາ​ຄວາມ​ສາມັກຄີ ​ແລະ ຫຼັກ​ໝັ້ນ​ລວ​ມຂອງ ອາ​ຊຽນ ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ; ຊຸກຍູ້​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ.  

 

 

ຂ່າວ/ບົດ​ອື່ນ