ເພີ່ມທະວີການພົວພັນລະຫວ່າງຫວຽດນາມ-ສະຫະພັນເອີລົບ

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ-ສະຫະພັນເອີລົບ - ảnh 1
ຄະນະຜູ້ແທນລັດຖະສະພາ​ລະຫວ່າງ​ຊາດ​ເອີ​ລົບ-ອາຊຽນ
ພາບ:internet


(vovworld)- ສາຍ​ພົວພັນ​ລະຫວ່າງ (EU- ຫວຽດນາມ)ມາ​ຮອດ​ຈຸດ​ເວລາ​ນີ້​ເປັນ​ຂີດ​ໝາຍ​ສຳຄັນ.​ ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ W. Langen ສະມາຊິກ​ສະພາ, ປະທານ​ລັດຖະສະພາ​ລະຫວ່າງ​ຊາດ​ EU- ອາຊຽນ ທີ່​ການ​ພົບ​ປະ​ກັບ​ນັກ​ຂ່າວ​ຢູ່ ຮ່າ​ໂນ້ຍ ​ໃນ​ຕອນ​ບ່າຍ​ວັນ​ທີ 30/10. ນະ​ທີ່​ນີ້, ສະມາຊິກ​ສະພາ W. Langen ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ຊື່​ງຫວຽດນາມ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​​ເນັ້ນ​ຫນັກ​ວ່າ: ອີ​ຢູ ​ແມ່ນ​ຕະຫລາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ສຳຄັນ​ຂອງ​ອີ​ຢູ ​ແລະ​ປາດ​ຖະຫນາ, ທີ່​ຕັ້ງ​ນີ້​ຈະ​ພັດທະນາ​ກວ່າ​ອີກ​ໃນ​ອະນາຄົດ. ສະມາຊິກ​ສະພາ W. Langen ກໍ​ປາດ​ຖະຫນາ​ວ່າ ​ໃນ​ອະນາຄົດ​ໃກ້ໆ​ນີ້ ສັນຍາ​ການ​ຄ້າ​ເສລີ FTA ​ແລະ ສັນຍາ​ຄູ່​ຮ່ວມມື ​ແລະ ການ​ຮ່ວມ​ມື​ຮອບດ້ານ PCA ຈະ​ໄດ້​ຮັບ​ການ​ລົງ​ນາມ, ​ໃຫ້​ສັດຕະ​ຍາ​ບັນ​            ສຳ​ເລ​ັດຜົນ, ປະກອບສ່ວນ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​​ເສດຖະກິດ, ການ​ຄ້າ,​ ການ​ລົງທຶນ ລະຫວ່າງ​ສອງ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.

 

 

 

 

 

ຂ່າວ/ບົດ​ອື່ນ