ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ - ອາເມລິກາ

(VOVWORLD) - ຫວຽດນາມ ຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍສືບຕໍ່ແນວທາງແຫ່ງການປ່ຽນໃໝ່ ແລະ ນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ
ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ - ອາເມລິກາ - ảnh 1ທ່ານ ຫົວໜ້າກຳມາທິການ William Macclellan Thornberry ແລະ  ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດ໋ບ໋າຕິ 

ຫວ່າງມໍ່ໆມານີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດ໋ບ໋າຕິ ໄດ້ຕ້ອນຮັບຄະນະຜູ້ແທນກຳມາທິການກຳລັງທະຫານສະພາຕ່ຳ ອາເມລິກາ ໂດຍທ່ານ ຫົວໜ້າກຳມາທິການ William Macclellan Thornberry, ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍສືບຕໍ່ແນວທາງແຫ່ງການປ່ຽນໃໝ່ ແລະ ນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ເຊື່ອມໂຍງເຂົ້າກັບສາກົນ, ໃຫ້ບຸລິມະສິດການພົວພັນກັບບັນດາປະເທດໃນໂລກ, ໃນນັ້ນມີ ອາເມລິກາ. ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ ປາດຖະໜາຢາກເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ, ຕາມທິດແທດຈິງ, ມີປະສິດທິຜົນ ໃນ 3 ດ້ານແມ່ນ 2 ຝ່າຍ, ພາກພື້ນ ແລະ ທົ່ວໂລກ. ສ່ວນທ່ານ William Macclellan Thornberry ໃຫ້ຮູ້ວ່າ: ອາເມລິກາ ຈະຕັ້ງໜ້າກ່ວາອີກ ໃນວຽກງານ ໜູນຊ່ວຍກູ້ໄພກູ້ຊີບ, ເກັບກູ້ລະເບີດບໍ່ທັນແຕກພາຍຫຼັງສົງຄາມ, ກຳຈັດທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ