(ພາບ: Trí Dũng - TTXVN )
(vovworld)- ຕອນເຊົ້າວັນທີ 24/11, ຢູ່ນະຄອນຫຼວງມົດສະກູ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕອ້ນຮັບຄະນະຜູ້ແທນພັກກອມມູນິດສະຫະພັນລັດເຊຍ (KPRF) ໂດຍທ່ານປະທານ Gennady Ziuganov ນຳໜ້າມາເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຂອບອົກຂອບໃຈການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງບັນດານັກກອມມູນິດ ແລະ ປຊຊ ລັດເຊຍ ສະຫງວນໃຫ້ແກ່ຫວຽດນາມ. ທ່ານສະແດງຄວາມເຊື່ອໝັ້ນວ່າ, ພັກກອມມູນິດສະຫະພັນລັດເຊຍ (KPRF) ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ຢືນຢັນອິດທິພົນຊື່ງສຽງທີ່ໝັ້ນຄົງໃນຊີວິດດ້ານການເມືອງ-ສັງຄົມຢູ່ສະຫະພັນລັດເຊຍ ກໍ່ຄືໃນຂະບວນການກອມມູນິດ ແລະ ກຳມະກອນສາກົນ.
ສ່ວນທ່ານ Gennady Ziuganov ເນັ້ນໜັກວ່າ, ພັກກອມມູນິດສະຫະພັນລັດເຊຍ (KPRF) ຍາມໃດກໍ່ສະຫນັບສະໜູນແຜນນະໂຍບາຍຂອງປະທານາທິບໍດີ ແລະ ລັດຖະບານລັດເຊຍ ໃນການເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ. ທ່ານຢືນຢັນວ່າ ພັກກອມມູນິດສະຫະພັນລັດເຊຍ (KPRF) ຈະສືບຕໍ່ສະຫນັບສະໜູນເພື່ອໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ນັບມື້ນັບໝັນຄົງໜັກແໜ້ນ, ເພື່ອຜົນປະໂຫຍດຂອງ ປຊຊ ສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ສອງພາກພື້ນ ແລະ ໃນໂລກ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ຢ້ຽມຢາມສູນວັດທະນະທຳ ການຄ້າ ຮ່າໂນ້ຍ - ມົດສກູ
ວັນທີ 23/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຮອດນະຄອນຫຼວງ ມົດສກູ, ເລີ່ມຕົ້ນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Vladimir Putin. ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຈັດຕັ້ງຢ່າງສົມກຽດຢູ່ສະຫນາມບິນ Vnukovo. ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ວາງພວງມາລາຢູ່ອະນຸສາວາລີປະທານ ໂຮ່ຈີມິນ, ຢ້ຽມຢາມສູນວັດທະນະທຳການຄ້າ ຮ່າໂນ້ຍ - ມົດສກູ, ພົບປະ, ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະຫະພັນ ລັດເຊຍ. ທ່ານ ຫງວຽນຟູ໋ຈ້ອງ ໄດ້ແຈ້ງເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ ກ່ຽວກັບສະພາບການພາຍໃນປະເທດ, ກ່ຽວກັບທຸກດ້ານໃນຊີວິດສັງຄົມຂອງ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫວັງວ່າ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະຫະພັນ ລັດເຊຍ ຈະກາຍເປັນຂົວຕໍ່ເພື່ອຊຸກຍູ້ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ຫວຽດນາມ - ລັດເຊຍ ແລະ ສ້າງຮູບພາບຊາວ ຫວຽດນາມ ດີງາມໃນນ້ຳໃຈເພື່ອນມິດລັດເຊຍ.
ກ່ອນໜ້ານັ້ນ, ວັນທີ 21/11, ໜັງສືພິມ “ຄວາມຈິງ” (Pravda.ru) ຂອງລັດເຊຍ ໄດ້ໃຫ້ຂ່າວລວບລວມບັນດາຄຳເຫັນຂອງວົງການການເມືອງ, ນັກຮຽນຮູ້, ນັກຊ່ຽວຊານ ແລະ ບັນດາຜູ້ເຮັດວຽກງານມິດຕະພາບກັບ ຫວຽດນາມ ຕີລາຄາສູງການຢ້ຽມຢາມ ສະຫະພັນ ລັດເຊຍ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ. ຕາມນັ້ນແລ້ວ, ການຢ້ຽມຢາມຂອງທ່ານ ຫງວຽນຟູ໋ຈ້ອງ ໄດ້ຮັບຖືວ່າແມ່ນຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ປະເທດ.
ໜັງສືພິມໄດ້ຄັດຄຳເວົ້າຂອງທ່ານ Leonid Kalashnikov, ຮອງປະທານຜູ້ທີ່ໜຶ່ງກຳມາທິການການຕ່າງປະເທດສະພາຕ່ຳ ລັດເຊຍ, ສະມາຊິກສະພາແຫ່ງຊາດຂອງພັກກອມມູນິດສະຫະພັນ ລັດເຊຍ, ໃຫ້ຂໍ້ສັງເກດວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ມີປະຫວັດສາດຍາວນານ ແລະ ພັດທະນາຢູ່ລະດັບສູງ. ປະຈຸບັນ, ການພົວພັນນີ້ສືບຕໍ່ໄດ້ຮັບການຊຸກຍູ້ໃນທຸກໆຂົງເຂດຄື: ເສດຖະກິດ, ອຸດສາຫະກຳ ແລະ ວັດທະນະທຳ. ໃນຂະນະນັ້ນ, ປະທານສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ, ທ່ານ Vladimir Buyanov, ຢັ້ງຢືນວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ລັດເຊຍ ມີລັກສະນະຄູ່ຮ່ວມມືຍຸດທະສາດຮອບດ້ານ. ສ່ວນນັກຊ່ຽວຊານ ສະພາພົວພັນຕ່າງປະເທດ ລັດເຊຍ, ທ່ານ Anton Svetov, ຖືວ່າ: ໃນຈຳນວນບັນດາປະເທດ ອາຊີ, ຫວຽດນາມ ມີທີ່ຕັ້ງ ພົ້ນເດັ່ນໃນບັນດາບຸລິມະສິດພົວພັນຕ່າງປະເທດຂອງລັດເຊຍ ຢູ່ພາກພື້ນນີ້.
ສຳນັກຂ່າວ ເອີລົບ Presse Image, ວັນທີ 22/11, ມີບົດຂຽນຕີລາຄາຕັ້ງໜ້າກ່ຽວກັບການຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ເບລາຣຸດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.