ເພີ່ມທະວີການຮ່ວມມືກັບຍີ່ປຸ່ນ ໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ປ້ອງກັນ, ຕ້ານໄພພິບັດທໍາມະຊາດ

(VOVWORLD) -ຍີ່ປຸ່ນ ມີຄວາມສົນໃຈເປັນພິເສດ ແລະ ປາດຖະໜາຢາກເຂົ້າຮ່ວມການພັດທະນາບັນດາໂຄງການໂຄງລ່າງຄົມມະນາຄົມທີ່ສໍາຄັນ, ມີລັກສະນະເຊື່ອມຕໍ່, ມີຄວາມສາມາດສົ່ງຜົນກະທົບເຖິງການເຕີບໂຕ
ເພີ່ມທະວີການຮ່ວມມືກັບຍີ່ປຸ່ນ ໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ປ້ອງກັນ, ຕ້ານໄພພິບັດທໍາມະຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ແລະ  ລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຄົມມະນາຄົມ ແລະ ການທ່ອງທ່ຽວ ຍີ່ປຸ່ນ Keiichi Ishii (ພາບ:TTXVN)

ວັນທີ 25 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຄົມມະນາຄົມ ແລະ ການທ່ອງທ່ຽວ ຍີ່ປຸ່ນ (MLIT) Keiichi Ishii, ເຊິ່ງພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ສະເໜີຍີ່ປຸ່ນ ສືບຕໍ່ສົ່ງເສີມວິສາຫະກິດລົງທຶນເຂົ້າຫວຽດນາມ ໃນບາງຂົງເຂດ ເຊິ່ງຫວຽດນາມ ມີຄວາມຕ້ອງການ ແລະ ທ່າແຮງບົ່ມຊ້ອນພັດທະນາ ຄືອຸດສາຫະກໍາລົດໂອໂຕ, ພະລັງງານ ແລະ ການທ່ອງທ່ຽວ; ສືບຕໍ່ໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນ ເພື່ອສືບຕໍ່ຄົ້ນຄວ້າຜັນຂະຫຍາຍບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງໃຫຍ່ ຄືເສັ້ນທາງລົດໄຟຢູ່ເຂດຕົວເມືອງ, ເສັ້ນທາງລົດໄຟຄວາມໄວສູງ, ເສ້ັນທາງບົກຄວາມໄວສູງ ແລະ ແບ່ງປັນບົດຮຽນໃນການຄຸ້ມຄອງ, ລົງທຶນພັດທະນາພື້ນຖານໂຄງລ່າງກັບຫວຽດນາມ.

        ສ່ວນທ່ານ Keiichi Ishii ໃຫ້ຮູ້ວ່າ: ຍີ່ປຸ່ນ ມີຄວາມສົນໃຈເປັນພິເສດ ແລະ ປາດຖະໜາຢາກເຂົ້າຮ່ວມການພັດທະນາບັນດາໂຄງການໂຄງລ່າງຄົມມະນາຄົມທີ່ສໍາຄັນ, ມີລັກສະນະເຊື່ອມຕໍ່, ມີຄວາມສາມາດສົ່ງຜົນກະທົບເຖິງການເຕີບໂຕ ພ້ອມທັງຢ້ັງຢືນວ່າ ດ້ວຍປະສົບການ ແລະ ແຫຼ່ງກໍາລັງຂອງຕົນ, ຍີ່ປຸ່ນ ປາດຖະໜາຢາກສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ ເພື່ອຜັນຂະຫຍາຍບັນດາລະບົບເຕືອນໄພໄວ ກໍຄືມາດຕະການຕ່າງໆ ເພື່ອຮັບມືກັບໄພພິບັດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ