ເພີ່ມທະວີການຮ່ວມມືກັບບັນດາອົງການຂອງສະຫະປະຊາຊາດຢູ່ ຫວຽດນາມ
ທ່ານນາງ Pratibha Mehta, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 1/8, ທ່ານ Huynh Dam, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Pratibha Mehta, ຜູ້ປະສານງານຂອງສະຫະປະຊາຊາດປະຈຳຫວຽດນາມ ເຂົ້າຢ້ຽມຂຳ່ນັບ. ທີ່ການຕ້ອນຮັບ, ທ່ານປະທານ Huynh Dam ເນັ້ນໜັກວ່າ: ຍາມໃດ ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ກໍມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການພັດທະນາເສດຖະກິດ ຕິດພັນກັບການເອົາໃຈໃສ່ເບິ່ງແຍງບັນດາບັນຫາຮັບປະກັນຊີວິດສັງຄົມ, ປະຕິບັດຄາດໝາຍ ນຳມາເຊິ່ງຄວາມຜາສຸກ, ຄວາມອີ່ມໜຳສຳລານໃຫ້ແກ່ປະຊາຊົນ, ພິເສດແມ່ນຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ. ດ້ວຍບົດບາດຂອງຕົນ, ແນວໂຮມປະເທດຊາດໄດ້ຕັ້ງໜ້າຂົນຂວາຍບັນດາອົງການ, ສ່ວຍບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດຮ່ວມແຮງຮ່ວມໃຈປະກອບສ່ວນ, ສະໜັບສະໜູນ, ໜູນຊ່ວຍຜູ້ທຸກຍາກພັດທະນາເສດຖະກິດ - ສັງຄົມ. ທ່ານປະທານ Huynh Dam ຫວັງວ່າ: ບັນດາອົງການສະຫະປະຊາຊາດປະຈຳ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ ໃນບັນດາຂົງເຂດນີ້ ພ້ອມທັງ ອວຍພອນໃຫ້ສາຍພົວພັນລະຫວ່າງ 2 ຝ່າຍນັບມື້ນັບສະໜິດຕິດພັນກ່ວາ.
ທ່ານນາງ Pratibha Mehta ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາອົງການຂອງສະຫະຊາຊາດປະຈຳຫວຽດນາມ ແລະ ແນວໂຮມປະເທດຊາດຫວຽດນາມ ຈະເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ພິເສດແມ່ນໃນຂົງເຂດລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ, ປັບປຸງການບໍລິການສາທາລະນະສຸກ, ການສຶກສາ... ປະກອບສ່ວນປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມ ກໍຄືບັນດາຈຸດໝາຍສະຫັດສະວັດເປັນຢ່າງດີ.