ເພີ່ມທະວີການຮ່ວມມືດ້ານການທູດ ລະຫວ່າງ ຫວຽດນາມ ແລະ ລາວ

(vovworld) - ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ,ເຮັດ​ວຽກ ​ແລະ ​ເຂົ້າ​ຮ່ວມ​ການພົບ​ປະ​ແລກປ່ຽນ ຢູ່ ຫວຽດນາມ ​ແຕ່​ວັນ​ທີ 16 -19/9/2012, ວັນ​ທີ 17/9 ທ່ານ ພວງ​ແກ້ວ ລັງສີ, ຫົວຫນ້າ​ກົມ​ອາຊີ - ປາຊີ​ຟີ​ກ - ອາ​ຟຼິກາ ສັງກັດກະຊວງ​ການ​ຕ່າງປະ​ເທດ ລາວ ​​ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ Pham Quang Vinh ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ. ທ່ານ Pham Quang Vinh ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໂດຍ​ເຫັນ​ວ່າ ການ​ພົວພັນ​ມິດຕະພາບ​ທີ​່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ທ່ານ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຫນູນ​ຊ່ວຍ ​ແລະ ສົມທົບ​ກັບ​ລາວ ຈັດ​ຕັ້ງ​ກອງ​ປະຊຸ​ມສຸດ​ຍອດ ອາຊີ - ​ເອີ​ລົບ ຄັ້ງທີ 9 (ASEM 9) ​ປະສົບ​ຜົນສຳ​ເລັດ ​ແລະ ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ລັດຖະສະພາ ອາຊີ - ​ເອີ​ລົບ​ຄັ້ງທີ 7 ​ໃນ​ປີ 2012.

ຂ່າວ/ບົດ​ອື່ນ