ເພີ່ມທະວີການຮ່ວມມືດ້ານສື່ມວນຊົນລະຫວ່າງຫວຽດນາມ-ກຳປູເຈຍ

 ເພີ່ມທະວີການຮ່ວມມືດ້ານສື່ມວນຊົນລະຫວ່າງຫວຽດນາມ-ກຳປູເຈຍ - ảnh 1
ທ່ານ​ນາງ Men Sam An ຮອງ​ນາຍົກລັດ​ຖະມົນຕີ ກຳປູ​ເຈຍ
ຕ້ອນຮັບ​ທ່ານ ຫງວຽນ​ດືກ​ເລິ້ຍຜູ້ອຳນວຍການ​​ໃຫຍ່​ສຳນັກ​ຂ່າວສານ ຫວຽດນາມ
ພາບ:TTXVN


(vovworld)- ​​​​ ຕອນ​ບ່າຍ​ວັນ​ທີ 27/11, ທ່ານ​ນາງ Men Sam An ຮອງ​ນາຍົກລັດ​ຖະມົນຕີ ກຳປູ​ເຈຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຫງວຽນ​ດືກ​ເລິ້ຍ, ຜູ້ອຳນວຍການ​​ໃຫຍ່​ສຳນັກ​ຂ່າວສານ ຫວຽດນາມ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສຳນັກ​ຂ່າວສານ​ຫວຽດນາມ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ກຳປູ​ເຈຍ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ Men Sam An ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ສຳນັກ​ຂ່າວສານ​ສອງ​ປະ​ເທດ, ພິ​ເສດ ​ແມ່ນ​ການ​ຊ່ວຍ​ເຫລືອ​ດ້ານວິຊາ​ສະ​ເພາະ, ​ເຕັກນິກ,​​ ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ ແລະ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສຳນັກ​ຂ່າວສານ​ແຫ່ງ​ລັດ ກຳປູ​ເຈຍ AKP ​ແລະ ສຳນັກ​ຂ່າວສານ​ຫວຽດນາມ ​ໃນປະຈຸ​ບັນ, ທ່ານ​ນາງ  Men Sam An ​ໃຫ້​ຮູ້​ວ່າ: ດ້ວຍ​ບົດບາດ​ຂອງ​ຕົນ, ທ່ານ​ນາງ ຈະ​          ສະ​ເຫ​ນີກະ​ຊວງ​ຖະ​ແຫລ​ງຂ່າວ ກຳປູ​ເຈຍ ​ເພ່ືອ​ໃຫ້ AKP ມີ​ບັນດາ​ໂຄງການ​ຮ່ວມ​ມື ຢ່າງ​ເໝາະ​ສົມ ກັບ ສຳນັກ​ຂ່າວສານ​ຫວຽດນາມ ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ ກຳປູ​ເຈຍ ຜ່ານການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສຳນັກ​ຂ່າວສານ​ແຫ່ງ​ລັດ​ຂອງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ