ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງແຂວງຮ່ວາບີງແລະຫົວພັນ

ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງແຂວງຮ່ວາບີງແລະຫົວພັນ - ảnh 1
ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງແຂວງຮ່ວາບີງແລະຫົວພັນ
(ພາບ: baohoabinh.com)

(vovworld) - ຕອນ​ບ່າຍ​ວັນ​ທີ 31/01, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ຫົວພັນ ຂອງ ລາວ ​ໂດຍ​ທ່ານ​ນາງ ​ແພງ ກັນຍາ​ທິມ ຮອງ​ເລຂາພັກ​ແຂວງ, ຮອງ​ເຈົ້າ​​ແຂວງ ​ແຂວງ​ຫົວພັນ ​ເປັນ​ຫົວໜ້າ​ຄະນະ ​ໄດ້ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຮ່ວາ​ບີ​ງ. ທີ່​ການ​ເຮັດ​ວຽກ, ການ​ນຳ 2 ​ແຂວງມີ​ຄວາມປິ​ຕິ​ຊົມ​ຊື່ນ​ໄດ້​ແຈ້ງ​​ໃຫ້​ກັນຊາ​ບໝາກຜົນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ພັກ​ປະຊາຊົນ​ປະຕິວັດ ລາວ ​ແລະ ລາຍ​ງານສະພາບ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ 2 ​ແຂ​ວງ​ໃນ​ປີ 2015. 2 ​ແຂວງ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ສະ​ເໝີ​ພາບ​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ, ​ສອດ​ຄ່ອງ​ກັບ​ກົດໝາຍ, ນະ​ໂຍບາຍ​ຂອງ ຫວຽດນາມ ​ແລະ ລາວ, ​ເໝາະ​ສົມ​ກັບ​ບັນດາ​ເງື່ອນ​ໄຂ​ສາກົນ ຊຶ່ງ​ໄດ້​ລົງ​ນາມ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ