ເພີ່ມທະວີການຮ່ວມມືລະຫວ່າງກອງທັບ ຫວຽດນາມ ແລະ ຈີນ

ເພີ່ມທະວີການຮ່ວມມືລະຫວ່າງກອງທັບ ຫວຽດນາມ ແລະ ຈີນ - ảnh 1
ທ່ານ ພົນ​ໂທ ຫງວຽນ​ແທ່ງ​ກຸງ ແລະ ທ່ານ ​ພົນ​ໂທ ​ຈາງ​ຢ໋າງ
(ພາບ: Xuân Dần)

(vovworld) – ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ສປ ຈີນ ທີ່​ປັກ​ກິ່ງ, ທ່ານ ພົນ​ໂທ ຫງວຽນ​ແທ່ງ​ກຸງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຫວຽດນາມ, ​ໄດ້​ມີ​ການ​ພົບ​ປະ​ກັບ​ພົນ​ໂທ ​ຈາງ​ຢ໋າງ, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ຈີນ. ທີ່​ການ​ພົບ​ປະ, ພົນ​​ໂທ ຈາງ​ຢ໋າງ ຖື​ວ່າ: ການ​ພົວພັນ​ລະຫວ່າງ ກອງທັບ 2 ປະ​ເທດ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເສົາ​ຄ້ຳ​ສຳຄັນ, ປະກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຈີນ ​ແລະ ຫວຽດນາມ. ພົນ​ໂທ ຫງວຽນ​ແທ່ງ​ກຸງ ຢືນຢັນ​ເລື່ອງ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ, ໝັ້ນຄົງ​ກັບ ຈີນ ​ແມ່ນ​ແຜນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດຖະບານ, ກອງ​ທັບ​ປະຊາຊົນ ຫວຽດນາມ. ຍາມ​ໃດ ຫວຽດນາມ ກໍ່​ຈົດ​ຈຳ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ ຈີນ​ໃຫ້​ແກ່​ການ​ປະຕິວັດ ຫວຽດນາມ ​ໃນ​ການ​ຕໍ່ສູ້​ 2 ຄັ້ງ​ເພື່ອຍາດ​ເອົາ​ເອກະລາດ​​ໃຫ້​ແກ່​ປະ​ເທດ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ​ໃນ​ໄລຍະ​ຜ່ານ​ມາ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ຂອງ 2 ປະ​ເທດ​ມີ​ການ​ເຄື່ອນ​ໄຫວຮ່ວມ​ມື​ຕ່າງໆ​ ​ໄດ້​ຮັບ​ການ​ເປີດ​ກ້ວາງ, ກ້າວ​ເຂົ້າສູ່​ລວງ​ເລິກ ​ແລະ​ ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຫວັງ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທ​ດ ຈະ​ມີ​ການ​ພົບ​ປະ​ແລກປ່ຽນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​​ອົກ​ເຂົ້າ​ໃຈ, ຄວາມ​ສະ​ໜິດຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ ​ແລະ ສົມ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ