ເພີີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມນະຄອນຫຼວງຮ່າໂນ້ຍແລະວຽງຈັນ
ເພີີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມນະຄອນຫຼວງຮ່າໂນ້ຍແລະວຽງຈັນ
(ພາບ: tuoitrethudo)
(vovworld) - ວັນທີ 17/12, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ດຳເນີນການເຈລະຈາ ແລະ ລົງນາມໃນບົດບັນທຶກຊ່ວຍຈຳ ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງຄະນະຊາວໜຸ່ມຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ໄລຍະ 2016 – 2020. ທີ່ການເຈລະຈາ, ທ່ານເລຂາຄະນະຊາວໜຸ່ມຮ່າໂນ້ຍ ຫງວຽນວັນທັ໋ງ ຖືວ່າ, ນີ້ແມ່ນການຢ້ຽມຢາມ ແລະ ເຮັດວຽກທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຊຸດຍູ້ການພົວພັນຮ່ວມມືລະຫວ່າງຊາວໜຸ່ມນະຄອນຫຼວງຂອງ 2 ປະເທດ ແລະ 2 ທ້ອງຖິ່ນ, ພິເສດແມ່ນໃນສະພາບລາວ ແລະ ຫວຽດນາມ ພວມມີການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປິແຫ່ງວັນລົງນາມໃນສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ສ່ວນທ່ານເລຂາຄະນະຊາວໜຸ່ມນະຄອນຫຼວງວຽກຈັນ ບຸນຕາ ເທບພະວົງ ຕີລາຄາສູງບັນດາລາຍການຮ່ວມມືລະຫວ່າງຊາວໜຸ່ມນະຄອນຫຼວງ 2 ປະເທດ. ໃນໄລຍະ 2016 – 2020, 2 ຝ່າຍໄດ້ເຫັນດີສືບຕໍ່ຈັດຕັ້ງບັນດາຄະນະຜູ້ແທນມາຢ້ຽມຢາມ, ພົບປະແລກປ່ຽນ, ແລກປ່ຽນບົດຮຽນ ໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ ແລະ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສະມາຄົມ, ຫົວໜ່ວຍເສດຖະກິດ, ນັກທຸລະກິດໜຸ່ມ 2 ນະຄອນຮ່ວມສຳພັນ, ເຊື່ອມຕໍ່, ລົງທຶນ, ພັດທະນາການຮ່ວມມືໃນທຸກຂົງເຂດ.