ເພີ່ມທະວີການຮ່ວມມືລະຫວ່າງນະຄອນຫລວງຮ່າໂນ້ຍແລະພະນົມເປັນ
ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ
ຄະນະຜູ້ແທນຂັ້ນສູງ ນະຄອນພະນົມເປັນ
ພາບ:TTXVN
|
(vovworld)- ວັນທີ 26/12 ຢູ່ ຮ່າໂນ້ຍ, ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງນະຄອນພະນົມເປັນ ປະເທດກຳປູເຈຍ ໂດຍທ່ານ Pa Socheate Vong, ເຈົ້າຄອງນະຄອນຫລວງ ພະນົມເປັນ ເປັນຫົວຫນ້າຄະນະ. ທ່ານ ຮວ່າງຈູງຫາຍ ສະແດງຄວາມເຊື່ອໝັ້ນວ່າ ຜ່ານບັນດາການແລກປ່ຽນວຽກງານລະຫວ່າງຄະນະຜູ້ແທນທຸກຂັ້ນ, ການພົວພັນອັນດີງາມລະຫວ່າງນະຄອນຫລວງ ຮ່າໂນ້ຍ ແລະ ພະນົມເປັນ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ໝັ້ນຄົງກວ່າ. ເຈົ້າຄອງນະຄອນຫລວງພະນົມເປັນ ທ່ານ Pa Socheate Vong ປາດຖະຫນາວ່າ ໃນໄລຍະຈະມາເຖິງ ນະຄອນຫລວງຮ່າໂນ້ຍ ແລະ ນະຄອນຫລວງພະນົມເປັນຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດກວ່າອີກ.
ແລະກໍໃນວັນທີ 26/12, ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫລວງພະນົມເປັນ