ເພີ່ມທະວີການຮ່ວມມືລະຫວ່າງບັນດາສູນຄົ້ນຄວ້າເຕັກໂນໂລຊີຂໍ້ມູນຂ່າວສານ-ສື່ສານບັນດາປະເທດອາຊຽນ

ເພີ່ມທະວີການຮ່ວມມືລະຫວ່າງບັນດາສູນຄົ້ນຄວ້າເຕັກໂນໂລຊີຂໍ້ມູນຂ່າວສານ-ສື່ສານບັນດາປະເທດອາຊຽນ - ảnh 1
(ພາບປະກອບ)

(vovworld) – “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ຮ່ວມ​ມື​ລະຫວ່າງ​ບັນດາ​ສູນ​ຄົ້ນຄວ້າ​ປາຍ​ແຫຼມ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ - ສື່ສານ (CoE) ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ​”, ​ແມ່ນ​ຫົວ​ຂໍ້​ຂອງກອງ​ປະຊຸມ​ສຳມ​ະນາ ສູນ​ຄົ້ນຄວ້າ​ປາ​ຍ​ແຫຼມ​ອາ​ຊຽນ ຄັ້ງ​ທີ 2, ​ເຊິ່ງກະຊວງ​ຖະ​ແຫ​ຼງຂ່າ​ວ ​ແລະ ສ່ືສານ​ຈັດ​ຕັ້ງ ​ໃນ​ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ມີ 6 ປະ​ເທດ​ອາ​ຊຽນຄື: ມາ​ເລ​ເຊຍ, ຟີ​ລິບ​ປີນ, ມຽນມາ, ລາວ, ກຳປູ​ເຈຍ, ຫວຽດນາມ; ບັນດາ​ນັກ​ຊ່ຽວຊາ​ນທີ່​ມາ​ຈາກ​ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ຜູ້ຕາງໜ້າ​ສະຖານທູດ​ຍີ່ປຸ່ນປະຈຳ​ຫວຽດນາມ. ຜູ້ຕາງ​ໜ້າຂອງ 6 ປະ​ເທດ​ອາ​ຊຽນ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ CoE ຂອງ​ປະ​ເທດ​ຕົນ. ບັນດາ​ຜູ້​ແທນ​ກໍ​ປຶກສາ​ຫາລື​ແຜ​ນການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ CoE ITC ASEAN ​ໃນ​ສະພາບ​ທ່ີ​ປ​ະຊາ​ຄົມ​ອາ​ຊຽນ ​​ໄດ້​ຮັບ​ການ​ສ້າງ​ຕັ້ງຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015.

ຂ່າວ/ບົດ​ອື່ນ