ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະອາກຊັງຕິນ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະອາກຊັງຕິນ - ảnh 1
​ທ່ານ Humberto Schiavoni, ແລະ ທ່ານ ອວງ​ຈູ​ລືວ
(ພ​າບ: ສ​ຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ​​​​​​ຕອນ​ບ່າຍ​ວັນ​ທີ 17/2, ຢູ່​ຮ່າ​ໂນ້ຍ, ທ່ານ ອວງ​ຈູ​ລືວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ພັກ​ສະ​ເໜີ ສາ​ທາ​ລະ​ນະ​ (PRO) ກຳ​ອຳ​ນາດ​ຂອງ​​ອາກ​ຊັງ​ຕິນ, ໂດຍ​ທ່ານ Humberto Schiavoni, ປະ​ທານ​ພັກ​ນຳ​ໜ້າ, ​ທີ່ພວມ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ປາດ​ຖະ​ໜາວ່າ: ໄລ​ຍະ​ຈະ​ມາ​ເຖິງ, ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ອົງ​ການ​ນິ​ຕິ​ບັນ​ຍັດ​ລະ​ຫວ່າງ 2 ປະ​ເທດ​ຈະ​ໄດ້​ຮັບ​ການ​ຊຸກ​ຍູ້, ເໝາະ​ສົມ​ກັບ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ຝ່າຍ. ທ່ານ​ຮອງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກ​ວ່າ: ບັນ​ດາ​ບົດ​ຮຽນ​ໃນ​ການ​ສ້າງ ແລະ ປະ​ຕິ​ຮູບ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ ອາກ​ຊັງ​ຕິນ ແມ່ນ​ບັນ​ດາ​ຂໍ້​ມ​ູ​ນ​ຂ່າວ​​ທີ່​ມີ​ປະ​ໂຫຍດສຳ​ລັບສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ການ​ຢ້ຽມ​ຢາມ, ການ​ແລກ​ປ່ຽນ​ຄະ​ນະ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ອົງ​ການ​ສະ​ພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ ຈະ​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອາກ​ຊັງ​ຕິນ. ສ່ວນ​ທ່ານ Humberto Schiavoni, ປະ​ທານ​ພັກ​ສະ​ເໜີ ສາ​ທາ​ລະ​ນະກຳ​ອຳ​ນາດ​  ຢັ້ງ​ຢືນ​ວ່າ: ອາກ​ຊັງ​ຕິນ ເອົາ​ໃຈ​ໃສ່​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ການ​ແລກ​ປ່ຽນ​ກາ​ນ​ຄ້າ, ການ​ລົງ​ທຶນ ແລະ ເສ​ດ​ຖະ​ກິດ.


ຂ່າວ/ບົດ​ອື່ນ