ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ໂປໂລຍໃນຂົງເຂດກອງທັບເຮືອ

    ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ໂປໂລຍໃນຂົງເຂດກອງທັບເຮືອ - ảnh 1
ພົນ​ເຮືອ​ເອກ ຫງວຽນວັນ​ຮ້ຽນ ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມໃຫ້ການຕ້ອນຮັບທ່ານ Tomasz Siemoniak , ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໂປ​ໂລ​ຍ

(vovworld)- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກກັບກະຊວງ ປ້ອງກັນປະເທດຫວຽດນາມ ແຕ່ວັນທີ 6 ຫາວັນທີ 8/8, ທ່ານ Tomasz Siemoniak , ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໂປ​ໂລ​ຍພ້ອມ​ດ້ວຍ​ຄະນະ ​ໄດ້​ເຂົ້າ​ຢ້ຽມຢາມ​ກອງ​ບັນຊາ​ການ​ກອງທັບ​ເຮືອ. ພົນ​ເຮືອ​ເອກ ຫງວຽນວັນ​ຮ້ຽນ ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ, ຜູ້​ບັນຊາ​ການ​ທະຫານ​ເຮືອຫວຽດນາມ​ໄດ້​​ໃຫ້ການຕ້ອນຮັບ.

   ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ສະ​ເໜີ​ຫຼາຍ​ເນື້ອ​ໃນ​ທີ່​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ບຳລຸງ​ສ້າງ​ນາຍ​ທະຫານ​ເຮືອ, ມອບ​ໂອນ​ເຕັກ​ໂນ​ໂລ​ຢີ​ເຕັກນິກ ​ແລະ ບາງ​ເນື້ອ​ໃນ​ທີ່​ສຳຄັນ​ອື່ນໆ. ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະ​ກັບ​ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຟຸ່ງກວາງ​ແທງ, 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຄື​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ຕ່າງໆ, ຜັນ​ຂະ​ຫຍາ​ຍບ້ວງ​ສິນ​ເຊື່ອບຸລິມະສິດ​ຂອງ​ລັດຖະບານ​ໂປ​ໂລ​ຍ​ໃຫ້​ແກ່​ຫວຽດນາມ, ​ແບ່ງປັນ​ບົດຮຽນ....

ຂ່າວ/ບົດ​ອື່ນ