ເພີ່ມທະວີການຮ່ວມມືສະພາແຫ່ງຊາດລະຫວ່າງຫວຽດນາມແລະຍີ່ປຸ່ນ

ເພີ່ມທະວີການຮ່ວມມືສະພາແຫ່ງຊາດລະຫວ່າງຫວຽດນາມແລະຍີ່ປຸ່ນ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​
ການ​ເຈລະຈາ​ກັບປະທານ​ສະພາ​ຕຳຍີ່​ປຸ່ນ)


(vovworld) – ​​​​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ທ່ານ​ນາຍົກລັດຖະມົ​ນຕີຍີ່​ປຸ່ນ Shinzo Abe, ຄະນະຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ນຳ​ໜ້າ, ​ໄດ້​ໄປ​ຮອດ​ນະຄອນຫຼວງ​​ໂຕກ​ຽວ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 24 – 30/08 ​ແລະ ​ເຂ​ົ້າຮ່ວມ​ກອງ​ປະຊຸມ​ສະມັດ​ຊາທົ່ວ​​ໂລກ​ເພື່ອ​ແມ່ຍິງ (WAW 2015), ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 28 ​ແລະ 29/08 ຢູ່​ໂຕ​ກຽວ. ວັນ​ທີ 25/08, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ຕຳຍີ່​ປຸ່ນ Tadamori Oshima. ທີ່​ການ​ເຈລະຈາ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຕີ​ລາຄາ​ສູງ​ການພົວພັນລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ໃນ​​ແນວທາງ​ການພົວພັນ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າ​ຍເຫັນ​ດີ​​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ​ອີງ​ໃສ່​ກົດ​ໝາຍສາກົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ໃນ​ໂລກ.

        ​ແລະ​ກໍ​ໃນ​ຕອນບ່າຍ​ວັນ​ທີ 25/08, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​​ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ​; ຢ້ຽມຢາມ​ສະຖານ​ທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ​ແລະ ຢ້ຽມຢາມບໍ​ລິ​ສັດ Takigawa…

ຂ່າວ/ບົດ​ອື່ນ