ເພີ່ມທະວີການຮ່ວມມືຫວຽດນາມ - ລາວ ມຸ້ງໄປເຖິງກອງປະຊຸມຂັ້ນສູງ ASEM 9

ເພີ່ມທະວີການຮ່ວມມືຫວຽດນາມ - ລາວ ມຸ້ງໄປເຖິງກອງປະຊຸມຂັ້ນສູງ ASEM 9 - ảnh 1

ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລາວ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ສົມທົບ​ກັນ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມຂັ້ນ​ສູງ ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (ຫຼື ASEM 9), ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໂດຍ​ທ່ານ​ ບຸນ​ເກີດ ສັງ​ສົມ​ສັກ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ​້າ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ASEM ຂອງລາວ ນຳ​ໜ້າ ​ໄດ້​ມີ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 19 – 21/2. ຕອນ​ບ່າຍ​ວັນ​ທີ 20/2, ຢູ່​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດລາວ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ຟ້າ​ມບິນ​ມິນ ຊີ້​ແຈງ​ຄວາມ​ໝາຍ​ສຳຄັນ​ຂອງ​ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບຫວຽດນາມ - ລາວ 2012 ​ເຊິ່ງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ຈຸມມາລີ ​ໄຊ​ຍະ​ສອນ ຫາ​ກໍ​ປະກາດ​ເປີດສາກ​ ​ແລະ ​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຄວນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກ່ວາ​ອີກໃນ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ​ໃນ​ບັນດາ​ເວທີ​ປາ​ໄສຫລາຍ​ຝ່າຍ​. ທ່ານ​ລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ນະ​ໂຍບາຍ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ຕັ້ງໜ້າຂອງ​ລາວ ​ແລະ ຢືນຢັນ​ວ່າ: ບົນ​ຈິດ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້​ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ຄວາມ​ສະໜິດ​ຕິດ​ພັນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ​ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ໜູນ​ຊ່ວຍ​ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ ASEM 9 ​ໃນ​ວັນ​ທີ 5 – 6/11 ປີ​ນີ້​ສຳ​ເລັດ​ຜົນ.

 

ຂ່າວ/ບົດ​ອື່ນ