ທ່ານ Nikai Toshihiro ກ່າວຄຳເຫັນທີ່ການໂອ້ລົມສົນທະນາ
|
(vovworld) – ຕອນບ່າຍວັນທີ 8/9, ທີ່ສຳນັກງານສະພາແຫ່ງຊາດ, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການຮ່ວມມືດ້ານກະສິກຳ, ການທ່ອງທ່ຽວ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ, ປະທານສຳພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ເປັນປະທານການໂອ້ລົມສົນທະນາ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫົວໜ້າກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຫວຽດນາມ ຫງວຽນວັນເຢົ່າ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ພ້ອມກັບການພັດທະນາຢ່າງແຮງ, ຮອບດ້ານຂອງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງຂອງ ຫວຽດນາມ - ຍີ່ປຸ່ນ, ບັນດາການພົບປະຂັ້ນສູງ 2 ຝ່າຍລະຫວ່າງ 2 ປະເທດໄດ້ຮັບການຈັດຕັ້ງເປັນປະຈຳ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ ແລະ ມີການພັດທະນາຢ່າງກະໂດດຂັ້ນ, ໃນນັ້ນມີບົດບາດສຳຄັນຂອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ 2 ປະເທດ. ເນື້ອໃນການໂອ້ລົມສົນທະນາໄດ້ສຸມໃສ່ແລກປ່ຽນບັນດາບັນຫາລະອຽດ, ແທດຈິງກ່ຽວກັບຂົງເຂດຮ່ວມມືທີ່ມີທ່າແຮງ ຂອງ 2 ປະເທດ ແມ່ນກະສິກຳ, ການທ່ອງທ່ຽວ, ພິເສດແມ່ນບັນຫາຮີບດ່ວນທີ່ທົ່ວໂລກໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນ ນັ້ນແມ່ນການແກ້ໄຂບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ສະພາບແວດລ້ອມ, ປ້ອງກັນ, ຕ້ານໄພພິບັດທຳມະຊາດ.
ທ່ານ Nikai Toshihiro, ເລຂາທິການໃຫຍ່ພັກປະຊາທິປະໄຕເສລີ, ປະທານສຳພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຢັ້ງຢືນວ່າຍາມໃດ ຍີ່ປຸ່ນ ກໍ່ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດເສດຖະກິດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພິເສດ, ໄລຍະຈະມາເຖິງ, ຍີ່ປຸ່ນ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ກໍ່ສ້າງໂຄງການຊຸກຍູ້ບັນດາລະບົບມູນຄ່າສະບຽງອາຫານດ້ານກະສິກຳ, ປ່າໄມ້, ໂຄງການຊົນລະປະທານ, ກໍ່ສ້າງທ່າກ່ຳປັ່ນຫາປາ… ແລະ ຂົງເຂດອື່ນໆອີກ.