ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາຂອງວົງຄະນະຍາດສຳລັບບັນດາໂຄງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ
(ພາບປະກອບ)
(vovworld) – ວັນທີ 19/12, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານ ສົມທົບກັບສະຖານທູດ ອຽກລັງ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ ແບ່ງປັນໝາກຜົນຄົ້ນຄວ້າ, ພິຈາລະນາກ່ຽວກັບການເຄື່ອນໄຫວຕິດຕາມກວດກາການລົງທຶນຂອງວົງຄະນະຍາດ ສຳລັບບັນດາໂຄງການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ເພື່ອແນໃສ່ສະກັດກັ້ນການສໍ້ລາດບັງຫຼວງ. ການຄົ້ນຄວ້າໄດ້ຮັບການປະຕິບັດຢູ່ 4 ແຂວງ, ນະຄອນ ທີ່ເປັນຕົວແທນໃຫ້ບັນດາເຂດແຄ້ວນດ້ວຍ 864 ບັດຊັກຖາມ. ຜ່ານນັ້ນຢືນຢັນການເພີ່ມທະວີການຕິດຕາມກວດກາຂອງວົງຄະນະຍາດຕໍ່ການປະຕິບັດບັນດາລາຍການ, ໂຄງການລົງທຶນ ແມ່ນແຜນນະໂຍບາຍອັນຖືກຕ້ອງຂອງພັກ, ລັດ. ສຳລັບບັນດາໂຄງການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ການເຄື່ອນໄຫວຕິດຕາມກວດກາຂອງວົງຄະນະຍາດ ໄດ້ສວມບົດບາດສຳຄັນຍິ່ງ ໃນການຮັບປະກັນບັນດາກິດຈະກຳ, ໂຄງການ, ປະກອບສ່ວນຮັບປະກັນຜົນປະໂຫຍດຂອງປະຊາຊົນ.
ກອງປະຊຸມສຳມະນາສະເໜີໃຫ້ບັນດາອົງການຂອງລັດທີ່ມີສິດຕັດສິນ ປັບປຸງ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຕິດຕາມກວດກາການລົງທຶນຂອງວົງຄະນະຍາດ; ປັບປຸງບັນດາເນື້ອໃນ, ລາຍການ, ໂຄງການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ; ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຈຸດໝາຍ, ຜົນປະໂຫຍດຂອງບັນດາໂຄງການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມໝາຍຂອງການເຄື່ອນໄຫວຕິດຕາມກວດກາການລົງທຶນຂອງວົງຄະນະຍາດ.