ເພີ່ມທະວີການເຊື່ອມຕໍ່ບັນດານັກວິທະຍາສາດຫວຽດນາມຢູ່ຕ່າງປະເທດ

(VOVWORLD) -ວັນທີ 16 ມິຖຸນາ, ຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ຕ້ອນຮັບຄະນະຜູ້ຊ່ຽວຊານ, ນັກວິທະຍາສາດຫວຽດນາມ ຢູ່ ຕ່າງປະເທດ. 
ເພີ່ມທະວີການເຊື່ອມຕໍ່ບັນດານັກວິທະຍາສາດຫວຽດນາມຢູ່ຕ່າງປະເທດ - ảnh 1

 ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ກ່າວຄຳເຫັນທີ່ການຕ້ອນຮັບຜູ້ແທນ

ພາບ:Vietnam+

ທີ່ການຕ້ອນຮັບ, ບັນດາຜູ້ແທນໄດ້ຍົກອອກຂໍ້ສະເຫນີແນະກ່ຽວກັບການພັດທະນາອຸດສາຫະກຳຊີບ (CHIP) ຫວຽດນາມ ເພື່ອທັດທຽມ, ຍາດແຍ່ງໄດ້ກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຊີ້ແຈ້ງວ່າ: ອຸດສາຫະກຳ ຊີບ ເວົ້າສະເພາະ ແລະ ວິທະຍາສາດ, ເຕັກໂນໂລຊີເວົ້າລວມຂອງຫວຽດນາມ ຍາມໃດກໍ່ຕ້ອງການການປະກອບສ່ວນຂອງບັນດາຜູ້ຊ່ຽວຊານ, ນັກວິທະຍາສາດສາກົນ, ໃນນັ້ນ ມີບັນດານັກວິທະຍາສາດຫວຽດນາມ ຢູ່ ຕ່າງປະເທດ. ສະນັ້ນ ຄວນສ້າງເຄືອຂ່າຍເຊື່ອມຕໍ່ບັນດານັກວິທະຍາສາດຫວຽດນາມ ຢູ່ ຕ່າງປະເທດ ກັບບັນດານັກຄົ້ນຄ້ວາຢູ່ພາຍໃນປະເທດເພື່ອສ້າງບັນດາໂຄງການລະອຽດ, ແກ້ໄຂສິ່ງທີ່ພວມວາງອອກໃນຕົວຈິງ. ຕາມທ່ານ ຮອງນາຍົກລັດຖະມົນຕີແລ້ວ, ເລື່ອງຄົ້ນຄ້ວາ, ຖ່າຍທອດເທັກໂນໂລຊີ ຄວນກຳນົດໄດ້ຈຸດສຸມ, ຜະລິດຕະພັນຈຸດສຸມ, ສົ້ນອອກຢ່າງລະອຽດ ໂດຍອີງໃສ່ທ່າໄດ້ປຽບຂອງຫວຽດນາມ. ຈາກນັ້ນສ້າງບັນດາກົນໄກຫນູນຊ່ວຍໃຫ້ແກ່ບັນດາວິສາຫະກິດ ຊີບ ຢ່າງແທດຈິງ, ມີປະສິດທິຜົນ ເພື່ອພັດທະນາຕະຫລາດຢູ່ພາຍໃນປະເທດ, ສ້າງພື້ນຖານເພື່ອມຸ່ງໄປສູ່ພາກພື້ນ ແລະໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ