ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ອອກສູ່ໂລກ ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ນີ້ແມ່ນໂອກາດທີ່ດີເພື່ອໃຫ້ຂະແໜງການທ່ອງທ່ຽວຫວຽດນາມ ໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກ.

        ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ໄດ້ດໍາເນີນໃນລະຫວ່າງວັນທີ 27 – 28 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ຮັບຖືວ່າ ແມ່ນໂອກາດທີ່ດີເພື່ອໃຫ້ຂະແໜງການທ່ອງທ່ຽວຫວຽດນາມ ໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກ, ພ້ອມທັງນໍາມາເຊິ່ງກາລະໂອກາດດໍາເນີນທຸລະກິດທີ່ດີ ໃຫ້ບັນດາວິສາຫະກິດທ່ອງທ່ຽວ.

ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ອອກສູ່ໂລກ ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢູ່ຮ້ານຄ້າວາງເຄື່ອງທີ່ລະນຶກທີ່ສູນສື່ມວນຊົນສາກົນ (ພາບ:TTXVN)

        ເພື່ອກະກຽມໃຫ້ກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ຮ່າໂນ້ຍ, ຂອງຂວັນເປັນທີ່ລະນຶກຈະຖືກບັນດາບໍລິສັດທ່ອງທ່ຽວກະກຽມຢູ່ຮ້ານຄ້າໃນສູນສື່ມວນຊົນ ເພື່ອມອບໃຫ້ບັນດານັກຂ່າວສາກົນ ທີ່ມາຫວຽດນາມ ເອົາຂ່າວກ່ຽວກັບເຫດການດັ່ງກ່າວ.

        ນອກຈາກນັ້ນ, 02 ບໍລິສັດ Hanoitourist  ແລະ Saigontourist ກໍໄດ້ຂຶ້ນແຜນ 9 Tour ທ່ອງທ່ຽວ ໂດຍບໍ່ເສຍຄ່າ  ຢູ່ ອ້ອມແອ້ມ ຮ່່າໂນ້ຍ, ຮ້າລອງ, ນິງບິ່ງ ກຽມພ້ອມເພື່ອຮັບໃຊ້ບັນດານັກຂ່າວສາກົນ.

        ເນື່ອງໃນໂອກາດນີ້, ກົມໃຫຍ່ທ່ອງທ່ຽວກໍໄດ້ສ້າງແຜນການຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສົ່ງເສີມການທ່ອງທ່ຽວຢູ່ ອາເມລິກາ, ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ ພາຍຫຼັງສິ້ນສຸດກອງປະຊຸມດັ່ງກ່າວ ຕາມທິດເພີ່ມຜົນສະທ້ອນທີ່ດີຈາກເຫດການດັ່ງກ່າວຢູ່ບັນດາຕະຫຼາດເປົ້າໝາຍ ເພື່ອແນໃສ່ເພີ່ມທະວີການດຶງດູດແຂກທ່ອງທ່ຽວ ແລະ ໂຄສະນາພາບພົດຂອງຫວຽດນາມ ເຖິງບັນດາປະເທດໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ