ພາບປະກອບ:internet
|
(vovworld)- ຕອນເຊົ້າວັນທີ 28/12 ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສະຫລຸບໂຄງການ“ເພີ່ມທະວີກຳລັງຄວາມສາມາດການເຄື່ອນໄຫວອາສາສະໝັກເພື່ອການພັດທະນາຢູ່ ຫວຽດນາມ” ລະຫວ່າງ ສູນກາງຊາວຫນຸ່ມກອມມູນິດໂຮ່ຈິມິນ ສົມທົບກັບໂຄງການອາສາສະໝັກສະຫະປະຊາຊາດ ຢູ່ ຫວຽດນາມ. ໂຄງການໄດ້ຮັບການຜັນຂະຫຍາຍປະຕິບັດແຕ່ປີ 2009 ຮອດປີ 2012 ໂດຍສູນກາງຊາວຫນຸ່ມກອມມູນິດໂຮ່ຈິມິນປະຕິບັດ ແລະ ໄດ້ຮັບການອຸປະຖຳຈາກໂຄງການອາສາສະໝັກສະຫະປະຊາຊາດ, ກອງທຶນແຜນການສະຫະປະຊາຊາດ. ຈຸດໝາຍຂອງໂຄງການແມ່ນເພີ່ມທະວີກຳລັງຄວາມສາມາດການເຄື່ອນໄຫວອາສາສະໝັກເພື່ອການພັດທະນາຢູ່ ຫວຽດນາມ, ລວມມີ ການຫນູນຊ່ວຍສ້າງຕັ້ງສູນຂໍ້ມູນຂ່າວສານແຫລ່ງກຳລັງອາສາສະໝັກ ຫວຽດນາມ . ຜ່ານການຜັນຂະຫຍາຍປະຕິບັດ, ໂຄງການໄດ້ສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງວຽກງານອາສາສະໝັກຢູ່ ຫວຽດນາມໃນບັນດາຂົງເຂດ ຜ່ານການລະດົມ, ເຊື່ອມຕໍ່ຜູ້ອາສາສະໝັກທີ່ເຂົ້າຮ່ວມບັນດາຂົງເຂດພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ພາຍຫລັງສິ້ນສຸດໂຄງການ, ສູນດັ່ງກ່າວແມ່ນຂຶ້ນກັບສູນກາງຊາວຫນຸ່ມ ຈະໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນຄືສູນອາສາສະໝັກແຫ່ງຊາດເພື່ອປະຕິບັດບົດບາດປະສານງານ, ພັດທະນາວຽກງານອາສາສະໝັກຢູ່ ຫວຽດນາມ.