ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ
ຫວູຊວນຮົ່ງ
ພາບ:baomoi.com
|
(vovworld)- ຕອນບ່າຍວັນທີ 14/1 ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມຄະນະປະທານຄັ້ງທີ 3 ຊຸດທີ 5 ສະຫລຸບວຽກງານປີ 2015, ຜັນຂະຫຍາຍທິດທາງຫນ້າທີ່ປີ 2016 ແລະ ຮັບຮອງເອົາເນື້ອໃນວຽກງານສຳຄັນຈຳນວນຫນຶ່ງຂອງສະຫະພັນ. ເຂົ້າຮ່ວມກອງປະຊຸມ ມີທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ; ຜູ້ຕາງຫນ້າບັນດາອົງການ, ກະຊວງ, ຂະແຫນງການສູນກາງ. ກ່າວຄຳເຫັນທີ່ກອງປະຊຸມ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ເນັ້ນຫນັກວ່າ: ໃນປີ 2015 ການເຄື່ອນໄຫວການຕ່າງປະເທດປະຊາຊົນສືບຕໍ່ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າໃນຫລາຍຂົງເຂດ. ໃນວຽກງານການພົວພັນຫລາຍຝ່າຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ສືບຕໍ່ເສີມຂະຫຍາຍບົດບາດ ແມ່ນຂົວຕໍ່ສົມທົບກັບບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ, ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດຂອງເວທີປາໄສປະຊາຊົນ ອາຊຽນ, ເວທີປາໄສປະຊາຊົນ ອາຊີ - ເອີລົບ.ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ກໍສົມທົບກັບບັນດາອົງການສະມາຊິກ ຂອງຄະນະກຳມະການ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຜັນຂະຫຍາຍ ວຽກງານຂົນຂວາຍ, ຄຸ້ມຄອງ, ນຳໃຊ້ການຊ່ວຍເຫລືອບໍ່ຂຶ້ນກັບລັດຖະບານຕ່າງປະເທດຢ່າງມີປະສິດທິຜົນ.