(ທ່ານປະທານປະເທດ ເຈືອງເຕິ໋ນຊາງ ພົບປະກັບ
ທ່ານປະທານປະເທດລາວ ຈຸມມະລີ ໄຊຍະສອນ)
(vovworld) –ຕອນບ່າຍວັນທີ 25/3, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວຕາມຄຳເຊີນຂອງທ່ານປະທານປະເທດລາວ ຈຸມມະລີ ໄຊຍະສອນ ຢ່າງຈົບງາມ. ການຢ້ຽມຢາມໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ, ນຳການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ. ໃນສອງມື້ແຫ່ງການຢ້ຽມຢາມລາວ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ມີການເຄື່ອນໄຫວຫຼາຍຢ່າງຄືເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈຸມມະລີ ໄຊຍະສອນ, ພົບປະກັບທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້. ທີ່ການພົບປະເຈລະຈາຄັ້ງຕ່າງໆ ທັງສອງຝ່າຍໄດ້ເຫັນດີພ້ອມກັນມານະພະຍາຍາມສູ້ຊົນຮັກສາສາຍພົວພັນຫວຽດນາມ - ລາວໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທ້ຈິງໃນທຸກຂົງເຂດ. ສອງຝ່າຍສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງໝາກຜົນກອງປະຊຸມຄັ້ງທີ 37 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ. ເລື່ອງລົງນາມໃນສັນຍາການຄ້າສະບັບໃໝ່, ແມ່ນບາດກ້າວບຸກທະລຸກ່ຽວກັບກົນໄກ, ນະໂຍບາຍ, ເພື່ອສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸໃຫ້ໄດ້ 2 ຕື້ USD ໃນປີ 2015, ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີ 2014; ແລກປ່ຽນ, ສ້າງສັນຍາການຄ້າຊາຍແດນລະຫວ່າງສອງປະເທດໃນປີ 2015 ແລະ ປະຕິບັດສຳເລັດ “ແຜນສັງລວມພັດທະນາການຄ້າຊາຍແດນຫວຽດນາມ - ລາວເຖິງປີ 2020 ແລະ ວິໄສທັດເຖິງປີ 2025“. ພ້ອມກັບການຮ່ວມມືສອງຝ່າຍ, ຫວຽດນາມ ແລະ ລາວ ກໍ່ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງທັງສອງຝ່າຍມີຄວາມສົນໃຈ. ສອງຝ່າຍກໍ່ແລກປ່ຽນກ່ຽວກັບເລື່ອງຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ກໍ່ຄືເລື່ອງນຳໃຊ້ແຫຼ່ງນຳ້ແມ່ນ້ຳຂອງ, ໃນນັ້ນມີການກໍ່ສ້າງບັນດາກິດຈະກຳເຂື່ອນໄຟຟ້າຢູ່ແມ່ນຳ້ຂອງ.
ການຢ້ຽມຢາມ ແລະ ເຮັດວຽກຢູ່ສປປ.ລາວ ຂອງທ່ານປະທານປະເທດ ເຈືອງເຕີນຊາວ ແລະ ພັນລະຍາ ປະສົບພົນສຳເລັດຢ່າງຈົບງາມ, ເປັນການຢັ້ງຢືນອີກເທື່ອໜຶ່ງເຖິງຄວາມຕັດສິນໃຈຂອງ 2 ປະເທດ ພ້ອມກັນຮັກສາ ແລະ ພັດທະນາສາຍພົວພັນທີ່ສັດຊື່ບໍ່ລິສຸດຜຸດຜ່ອງຕະຫຼອດໄປ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25/03, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັນຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຢ້ຽມຢາມສະຖານທູດຫວຽດນາມ ປະຈຳລາວ. ໂອ້ລົມກັບພະນັກງານ, ພໍ່ແມ່ປະຊາຊົນ ແລະ ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ, ທຳມາຫາກິນຢູ່ນະຄອນຫຼວງວຽງຈັນ, ທ່ານປະທານປະເທດ ສະແດງຄວາມພາກພູມໃຈເມື່ອເຫັນວ່າ ຊີວິດຂອງພໍ່ແມ່ປະຊາຊົນນັບມື້ນັບດີກວ່າເກົ່າ. ທ່ານປະທານປະເທດຫວັງວ່າ, ພໍແມ່ປະຊາຊົນຈະສາມັກຄີຊ່ວຍເຫຼືອກັນພັດທະນາເສດຖະກິດ ບົນພື້ນຖານປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດລາວຢ່າງແໜ້ນແຟ້ນ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ໄດ້ໄປຢ້ຽມຢາທະນາຄານຮ່ວມທຸລະກິດ Lao Vietbank ແລະ ພົບປະກັບປະຊາຄົມວິສາຫະກິດທີ່ພວມລົງທຶນຢູ່ລາວ.