ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈມິດຕະພາບລະຫວ່າງບັນດາອົງການການທູດ ແລະ ເພື່ອນມິດສາກົນ

(VOVWORLD) -  ແນໃສ່ເພີ່ມຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາອົງການການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການການທູດຕ່າງປະເທດຕ່າງໆ.
ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈມິດຕະພາບລະຫວ່າງບັນດາອົງການການທູດ ແລະ ເພື່ອນມິດສາກົນ - ảnh 1 ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ປະທານກິດຕິມະສັກກຸ່ມແມ່ຍິງປະຊາຄົມ ອາຊຽນ

ຕອນບ່າຍວັນທີ 27 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ບໍລິສັດການບໍລິການອົງການຕ່າງປະເທດຈຳກັດຜູ້ດຽວ (FOSCO) ໄດ້ສົມທົບກັບບັນດາສະຖານກົງສູນປະຈຳ ນະຄອນ ໂຮ່ຈີມິນ, ບັນດາອົງການການຕ່າງປະເທດຂອງນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ຈັດຕັ້ງການແຂ່ງຂັນ “ຄອບຄົວການທູດແຕ່ງອາຫານຄັ້ງທີ 2-2018” ແນໃສ່ເພີ່ມຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາອົງການການຕ່າງປະເທດ ຫວຽດນາມ ແລະ ບັນດາອົງການການທູດຕ່າງປະເທດຕ່າງໆ.

       ເຂົ້າຮ່ວມການແຂ່ງຂັນ, ມີ 30 ທີມທີ່ມາຈາກສະຖານທູດບັນດາປະເທດປະຈຳ ຫວຽດນາມ, ສະຖານກົງສູນໃຫຍ່ປະຈຳນະຄອນ ໂຮ່ຈີມິນ ພ້ອມດ້ວຍບັນດາອົງການຕາງໜ້າຂຶ້ນກັບກະຊວງການຕ່າງປະເທດ…ທີ່ການແຂ່ງຂັນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ປະທານກິດຕິມະສັກກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ:

       ສຳລັບພວກຂ້າພະເຈົ້າ - ບັນດາພະນັກງງານການທູດແລ້ວ ນີ້ແມ່ນໜຶ່ງໃນບັນດາຮູບແບບການທູດ ສຳຄັນທີ່ສຸດ, ອາດຈະແມ່ນຮູບການຮ່ວມມື ແລະ ພົວພັນແລກປ່ຽນກັນຄັ້ງທຳອິດໃນວຽກງານການຕ່າງປະເທດ, ເຊິ່ງພວກຂ້າພະເຈົ້າເອີ້ນວ່າ “ການທູດອາຫານ”. ນີ້ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ