ເພີ່ມທະວີຄວາມເປີດເຜີຍກະຈ່າງແຈ້ງໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ

ເພີ່ມທະວີຄວາມເປີດເຜີຍກະຈ່າງແຈ້ງໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ເຈີນ​ຮົ່ງ​ຮ່າ
(ພາບ​ປະ​ກອບ)

(vovworld) - ເພີ່ມ​ທະ​ວີ​​ຄວາມເປີດ​ເຜີຍ​ກະ​​ຈ່າງ​ແຈ້ງ​ໃນ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ​ແລະ​ສິ່ງ​ແວ​ດ​ລ້ອມ. ນີ້​ແມ່ນສານ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ເຈີນ​ຮົ່ງ​ຮ່າ ​ຝາກ​ເຖິງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ແລະ ຖັນ​ແຖວ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ​ຂອງ​ຂະ​ແໜງ ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ ປີ 2016 ດ້ວຍ​ຫົວ​ຂໍ້ “ສ້າງ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ໃຫ້​ສົ​ມ​ບູນ​ແບບ ເພື່ອ​ແນ​ໃສ່​ແກ້​ໄຂ​​ຄວາມ​ຫຍຸ້ງ​ຍາກ, ​​ຂໍ້ຕິດ​ຂັດໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ”, ເຊິ່ງ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 07/11. ທ່ານ​ລັດ​ຖະ​ມົນ​ຕີ​ ເຈີນ​ຮົ່ງ​ຮ່າ ໃຫ້​ຮ​ູ້​ວ່າ, ໃນ​ການໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ນີ້, ນອກ​ຈາກ​ເລື່ອງ​ຕອບ​ຄຳ​ຖາມ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ​້​ຕິດ​ຂັດ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ຍັງ​ແມ່ນ​ໂອ​ກາດ​ເພື່ອ​​ໃຫ້ກະ​ຊວງ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ໃສ່ນະ​ໂຍ​ບາຍຈາກ​ພຶດ​ຕິ​ກຳ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ເພື່ອ​ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວ​ດ​ລ້ອມ​ໃຫ້​ສົມ​ບູນ​ແບບ. ນອກນັ້ນ​ແມ່ນ​ເພື່ອ​ສ້າງ​​ຄວາມເປີດ​ເຜີຍ​ກະ​​ຈ່າງ​ແຈ້ງ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​ໃຫ້​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ, ປະ​ກອບ​ຄ​ວາມ​ເຫັນ​ໃຫ້​ການ​ພັດ​ທະ​ນາ, ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫ​ະ​ກິດ.

ຂ່າວ/ບົດ​ອື່ນ