ເພີ່ມທະວີນ້ຳໃຈມິດ ຕະພາບຫວຽດນາມ-ຈີນ ຜ່ານການເຄື່ອນໄຫວ ພົບປະແລກປ່ຽນຊາວໜຸ່ມ
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ແລະ ທ່ານຮອງປະທານປະເທດ ຈີນ ຫຼີແຢ໋ວນຈາວ
(ພາບ: VTV Online)
(vovworld) – ແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຍາວນານຂອງຫວຽດນາມ ແມ່ນຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນກັບ ຈີນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນນະໂຍບາຍພົວພັນກັບຕ່າງປະເທດຂອງ ຫວຽດນາມ, ກ່າວຄຳເຫັນທີ່ການພົບປະກັບທ່ານຮອງປະທານປະເທດ ຈີນ ຫຼີແຢ໋ວນຈາວ ໃນຕອນບ່າຍວັນທີ 25/11. ຢູ່ແຂວງກວາງສີ, ປະເທດ ຈີນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ, ຫົວໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມຢູ່ຢ້ຽມຢາມ ແລະ ເຂົ້າຮ່ວມງານມະໂຫລານມິດຕະພາບຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 2, ຖືວ່າ ການພົວພັນຮ່ວມມື ແລະ ງານພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ຈີນແມ່ນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນມິດຕະພາບ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ປະຊາຊົນ 2 ປະເທດ. ຈາກນັ້ນ, ປະກອບສ່ວນເພີ່ມທະວີ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. ສ່ວນທ່ານຮອງປະທານປະເທດ ຫຼີແຢ໋ວນຈາວ ຢືນຢັນງານມະໂຫລານຊາວໜຸ່ມ ຈີນ - ຫວຽດນາມ ແມ່ນໂອກາດທີ່ດີເພື່ອໃຫ້ຊາວໜຸ່ມ 2 ປະເທດສືບຕໍ່ສືບທອດ, ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນ ຈີນ - ຫວຽດນາມ, ຮຽງບ່າຮຽງໄຫຼ່ສ້າງອະນາຄົດອັນສົດໃສໃຫ້ແກ່ 2 ຊາດ.
ໃນຂອບເຂດງານມະໂຫລານຊາວໜຸ່ມຫວຽດນາມ - ຈີນ ຄັ້ງທີ 2, ວັນທີ 25/11, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ວາງພວງມາລາ, ຢ້ຽມຢາມເຂດປູຊະນີຍະສະຖານຂອງປະທານ ໂຮ່ຈີມິນ ຢູ່ນະຄອນ ຫຼຽວເຈົາ, ແຂວງ ກວາງສີ, ປະເທດຈີນ. ຄະນະຍັງໄດ້ດຳເນີນການພົບປະແລກປ່ຽນຄັ້ງຕ່າງໆກັບຊາວໜຸ່ມແຂວງກວາງສີ…