ເພີ່ມທະວີແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງກວ້າງຂວາງ ລະຫວ່າງຫວຽດນາມແລະຍີ່ປຸ່ນ

ເພີ່ມທະວີແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງກວ້າງຂວາງ ລະຫວ່າງຫວຽດນາມແລະຍີ່ປຸ່ນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫງວຽນ​ຟ​ູ​ຈ້ອງ
ພາບ:cafe.vn

(vovworld)-  ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe, ວັນ​ທີ 15/9 ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟ​ູ​ຈ້ອງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຢ່າ​ງ​ເປ​ັນ​ທາງ​ການ ໃນ​ເວ​ລາ 4 ວັນ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ສຳ​ຄັນ​ຂອງ​ຫວຽດ​ນາມ ໃນ​ປີ 2015 ເພື່ອ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ, ນຳ​ບັນ​ດາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່​ເຂົ້າ​ສູ່​ລວງ​ເລິກ. ທີ່​ຍີ່​ປຸ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ມີ​ການ​ພົບ​ປະ, ເຈ​ລະ​ຈາ​ກັບ ​ພະເຈົ້າ​ຈັກ​ກະ​ພັດ ຍີ່​ປຸ່ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe, ການ​ນຳ​ສະ​ພາ​ແຫ່ງ​ຊາດ ຍີ່​ປຸ່ນ ແລະ ພົບ​ປະ​ກັບ​ບັນ​ດາ​ວົງ​ການ, ວິ​ສາ​ຫະ​ກິດ, ພັກ​ຝ່າຍ​ຢູ່ ຍີ່​ປຸ່ນ. ຜ່ານນັ້ນ ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງກວ່າ ເພື່ອ​ສັນ​ຕິ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ ຢູ່ ອາ​ຊີ ດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ.

ຫາງ​ສຽງ​ຍີ່​ປຸ່ນ​ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ

(vovworld)-  ​ຫາງ​ສຽງ ຍີ່​ປຸ່ນ ຊົມ​ເຊີຍ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ ຄັ້ງ​ນີ້​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟ​ູ​ຈ້ອງ ແລະ ຖື​ວ່າ ນີ້​ແມ່ນ​ເຫດ​ການ​ສຳ​ຄັນ ແລະ ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫລວງ ສຳ​ລັບ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ. ທີ່​ການ​ປະ​ຊຸມ​ຂ່າວ ປະ​ກາດ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຂອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟ​ູ​ຈ້ອງ, ທ່ານ Yoshihide Suga, ຫົວ​ຫນ້າ​ຫ້ອງວ່າ​ການ​ຄະ​ນະ​ລັດ​ຖະ​ບານ ຍີ່​ປຸ່ນ ເນັ້ນ​ຫນັກ​ວ່າ: ການ​ຢ້ຽມ​ຢາມ ແມ່ນ​ກາ​ລະ​ໂອ​ກາດ​ມີ​ຄວາມ​ໝາຍ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ. ທ່ານ Motoyoshi Ryoikichi, ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຍີ່​ປຸ່ນ ຫວຽດ​ນາມ ຊົມ​ເຊີຍ ແລະ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຂອງ​ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ູ​ຈ້ອງ.

        “ການ​ຢ້ຽມ​ຢາມ​ແມ່ນ​ດຳ​ເນີນ​ໄປ​ກົງ​ກັບ​ໂອ​ກາດ ຫວຽດ​ນາມ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງ​ວັນ​ຊາດ ແລະ 40 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ພິ​ເສດ​ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ທຸກ​ຂົງ​ເຂດ ແມ່ນ​ເຫດ​ການ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ. ປະ​ຈຸ​ບັນ ການ​ພົບ​ພັນ​ແລກ​ປ່ຽນລະ​ຫວ່າງ ປະ​ຊາ​ຊົນ​ສອງ​ປະ​ເທດ​ແມ່ນ​ພັດ​ທະ​ນາ, ຈຳ​ນວນ​ຊາວ​ຫວຽດ​ນາມ ພວມ​ຮ່ຳ​ຮຽນ ແລະ ອາ​ໄສ​ຢູ່ ຍີ່​ປຸ່ນ ພວມ​ເພີ່ມ​ຂຶ້ນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ຢ້ຽມ​ຢາມ​ຍີ່​ປຸ່ນ ຂອງ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟ​ູ​ຈ້ອງ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພ​ົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ໂລກ​ອີກ​ດ້ວຍ.”

        ບັນ​ດາ​ສື່ມວນ​ຊົນ​ໃຫຍ່​ຂອງ​ຍີ່​ປຸ່ນ ຄື:NHK, Mainichi, Jiji.. ລ້ວນ​ແຕ່​ລົງ​ພິມ​ຂ່າວ​ຊົມ​ເຊີຍ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຄັ້ງ​ທຳ​ອິດ​ຂອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟ​ູ​ຈ້ອງ ແລະ ຖື​ວ່າ ນີ້​ແມ່ນ​ກຳ​ລັງ​ຫນູນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ລະ​ຫວ່າງ​ສອງ​ປະ​ເທດ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃຫມ່.

ຂ່າວ/ບົດ​ອື່ນ