ເພີ່ມະວີການຄຸ້ມຄອງຊຸກຍູ້ການພັດທະນາຢູ່ຫວຽດນາມ

ເພີ່ມະວີການຄຸ້ມຄອງຊຸກຍູ້ການພັດທະນາຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) -​ ​ເພີ່ມ​ທະວີການ​ຄຸ້ມ​ຄອງ​ຊຸກຍູ້​ການ​ພັດທະນາ​ຢູ່​ຫວຽດນາມ. ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ໂດຍ​ກະຊວງ​ແຜນການ ​ແລະ ລົງທຶນ ສົມທົບ​ກັບ​ທະນາຄານ​ໂລກ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/1, ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ສະ​ເໜີ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ບັນດາ​ແຫຼ່ງ​​ທຶນ​ຂອງ​ລັດ, ພິ​ເສດ​ແມ່ນ​ແຫຼ່ງ​ທຶນໜູນ​ຊ່ວຍ​ພັດ​ທະນາຢ່າງ​ເປັນ​ທາງ​ການ (ODA) ຢູ່​ຫວຽດນາມ. ບັນດາ​ມາດ​ຕະການ​ທີ່​ໄດ້​ວາງ​ອອກ​​​ແມ່ນ ຄວນ​ເພີ່ມ​ທະວີ​ຜົນ​ສັກສິດ​​ຂອງ​ກົດໝາຍ​ຢ່າງ​ແທດ​ຈິງຄື ປະຕິບັດ​ບັນ ດາ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ປະມູນ, ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໃນ​ການ​ປະມູນ ​ແລະ ການ​ເງິນ ດ້ວຍ​ສັນຍາ​ຢ່າງ​ເປີດ​ເຜີຍ; ປະຕິບັດ​ບັນດາ​ມາດຖານ​ກວດ​ສອບ​ບັນຊີ, ຂັ້ນ​ຕອນການຕິດຕາມ​ກວດກາ, ກວດກາ; ​ເ​ດັດ​ດ່ຽວນຳ​ໃຊ້​ການ​ລົງ​ໂທດ​ສຳລັບ​ການ​ກະທຳສໍ້​​ໂກງ, ການ​ສໍ້​ລາດ​ບັງ​ຫຼວງ. ພ້ອມ​ທັງ, ສືບ​ຕໍ່​ປັບປຸງ​ລະບອບ, ນະ​ໂຍບາຍ​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຕິດຕາມ​ກວດກາ​ສັງຄົມ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ, ສື່ສານສຳລັບ​ໂຄງການ​ລົງທຶນ​ຂອງ​ລັດ​ເວົ້າ​ລວ​ມ ​ແລະ ການ​ນຳ​ໃຊ້​ແຫຼ່ງ​​ທຶນ(ODA) ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ