(VOVWORLD) - ວັນທີ 21 ກັນຍາ, ທ່ານປະທານາທິບໍດີເມັກຊິກໂກ ຄົນໃໝ່ Andres Manuel Lopez Obrador ຖະແຫຼງວ່າ
ທ່ານປະທານາທິບໍດີເມັກຊິກໂກ ຄົນໃໝ່ Andres Manuel Lopez Obrador
(ພາບປະກອບ: AFP TTXVN)
|
ປະເທດນີ້ຈະຊອກຫາຂໍ້ຕົກລົງດ້ານການຄ້າ 2 ຝ່າຍຕ່າງຫາກກັບການາດາ ໃນກໍລະນີບັນດາການເຈລະຈາສັນຍາການຄ້າເສລີອາເມລິກາເໜືອ (NAFTA) ລະຫວ່າງ ວໍຊິງຕັນ ແລະ Ottawa ບໍ່ບັນລຸໝາກຜົນ.
ກ່າວຄຳເຫັນຢູ່ລັດທາງພາກໃຕ້ Sonora, ທ່ານ Obrador ໄດ້ຢືນຢັນຄືນໃໝ່ຄວາມປາດຖະໜາຂອງເມັກຊິກໂກ ແມ່ນຮັກສາສັນຍາ NAFTA ຄືດັ່ງຂໍ້ຕົກລົງການຄ້າ 3 ຝ່າຍລະຫວ່າງອາເມລິກາ, ເມັກຊິກໂກ ແລະ ການາດາ. ເຖິງຢ່າງໃດກໍ່ຕາມ, ໃນກໍລະນີບໍ່ສາມາດບັນລຸໄດ້, ເມັກຊິກໂກ ຈະຮັກສາສັນຍາ NAFTA ກັບອາເມລິກາ ແລະ ຊອກຫາຂໍ້ຕົກລົງທີ່ຄ້າຍຄືກັນກັບການາດາ. ການນຳຜູ້ນີ້ໄດ້ຢືນຢັນວ່າ, ເມັກຊິກໂກ ຈະບໍ່ຕັດຂາດການພົວພັນບໍ່ວ່າກັບຝ່າຍໃດ.